ຂ່າວສານ

ໄທ ພ້ອມແລ້ວທີ່ຈະດຳລົງຕຳແໜ່ງປະທານ APEC

      ໃນກອງປະຊຸມຄັ້ງທີ 28 ບັນດາການນຳ APEC ທີ່ຈະຈັດຂຶ້ນໃນວັນທີ 12 ພະຈິກ, ທ່ານ ປະຢຸດ ຈັນໂອຊາ ຈະມີບົດກ່າວປາໄສ  ແລະ ຮັບບົດບາດປະທານ.
ທ່ານ ນາຍົກລັດຖະມົນຕີໄທ  ປະຢຸດ ຈັນໂອຊາ (ພາບ: AP)
      ໂຄສົກຂອງລັດຖະບານໄທໃຫ້ຮູ້ວ່າ; ບັນດາຫົວຂໍ້ຈຸດສູມໃນປີ  APEC ຂອງໄທ ແມ່ນການເຊື່ອມຕໍ່ພາກພື້ນ, ກະຕຸ້ນການຄ້າພ້ອມກັບຮູບແບບເສດຖະກິດຂຽວ, ຊິີວະສາດ ແລະ ໝູນວຽນ. ນາຍົກລັດຖະມົນຕີໄທ ທ່ານ ປະຢຸດ ຈັນໂອຊາ ພ້ອມກະກຽມດຳລົງຕຳແໜ່ງເປັນປະທານຂອງອົງການຮ່ວມມືເສດຖະກິດ ອາຊີ-ປາຊີຟຼິກ ( APEC )  ຈາກ ນິວຊີແລນ ໃນປີ 2022.
            ຄາດວ່າ, ໃນກອງປະຊຸມຄັ້ງທີ 28 ບັນດາການນຳ APEC ທີ່ຈະຈັດຂຶ້ນໃນວັນທີ 12 ພະຈິກ, ທ່ານ ປະຢຸດ ຈັນໂອຊາ ຈະມີບົດກ່າວປາໄສ  ແລະ ຮັບບົດບາດປະທານ. ກ່ອນໜ້ານັ້ນ, ຜູ້ນຳໜ້າລັດຖະບານໄທ ຈະເຂົ້າການໂອ້ຮ່ວມສົນທະນາລະຫວ່າງບັນດາການນຳເສດຖະກິດ APEC ກັບສະພາທີ່ປຶກສາວິສາຫະກິດ.
            ໄທປະກາດວ່າຈະຈັດຕັ້ງບັນດາການເຄື່ອນໄຫວໃນປີ APEC ຕາມຮູບແບບໂດຍກົງ ພາຍຫຼັງຈັດຕັ້ງການເຄື່ອນໄຫວແບບທາງໄກມາໄດ້ 02 ປີ  ຍ້ອນໂລກລະບາດໂຄວິດ19.  ທ່ານນາຍົກລັດຖະມົນຕີ ປະຢຸດ ຈັນໂອຊາ ກໍ່ຮຽກຮ້ອງໃຫ້ປະຊາຊົນຮ່ວມມືຮ່ວມແຮງຮ່ວມໃຈຈັດ ກອງປະຊຸມ APEC 2022 ແລະ ສະແດງຄວາມເຊືຶ່ອໜັ້ນຕໍ່ຄວາມສາມາດຈັດຕັ້ງການເຄື່ອນໄຫວສຳຄັນນີ້ສຳເລັດຜົນ.
(ແຫຼ່ງຄັດຈາກ VOV)


top