ຂ່າວສານ

ໄທ ປະຕິເສດຂ່າວລືກ່ຽວກັບການປັບປຸງລັດຖະບານ ແລະ ຍົກເລີກສະພາແຫ່ງຊາດ

ທ່ານນາງ ຕິປານານ ຊີຣີຈານາ ຊີ້ແຈ້ງວ່າ ທ່ານພົນເອກ ປຣະຢຸດ ຈັນໂອຊາ ຍັງແມ່ນນາຍົກລັດຖະມົນຕີຂອງ ໄທ ແລະ ການຢຸດຕິດັ່ງກ່າວພຽງມີຜົນສັກສິດ ເມື່ອສານຍົກອອກຄຳຕັດສິນກ່ຽວກັບເວລາດຳເນີນອາຍຸການຂອງທ່ານ.
  ທ່ານນາງ ຕິປານານ ຊີຣີຈານາ, ຮອງໂຄສົກລັດຖະບານ ໄທ (ພາບ: nationthailand.com)  

ໃນບົດກ່າວປາໄສວັນທີ 27 ສິງຫາ, ທ່ານນາງ ຕິປານານ ຊີຣີຈານາ, ຮອງໂຄສົກລັດຖະບານ ໄທ, ໄດ້ປະຕິເສດຂ່າວລືກ່ຽວກັບການປັບປຸງລັດຖະບານ ຫຼື ຍົກເລີກສະພາແຫ່ງຊາດ, ພາຍຫຼັງສານລັດຖະທຳມະນູນຢຸດຕິໜ້າທີ່ຂອງນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຊາ ໃນໄລຍະສານດຳເນີນການພິຈາລະຈາ ແລະ ອອກຄຳຕັດສິນກ່ຽວກັບອາຍຸການຂອງທ່ານ.

ທ່ານນາງ ຕິປານານ ຊີຣີຈານາ ຊີ້ແຈ້ງວ່າ ທ່ານພົນເອກ ປຣະຢຸດ ຈັນໂອຊາ ຍັງແມ່ນນາຍົກລັດຖະມົນຕີຂອງ ໄທ ແລະ ການຢຸດຕິດັ່ງກ່າວພຽງມີຜົນສັກສິດ ເມື່ອສານຍົກອອກຄຳຕັດສິນກ່ຽວກັບເວລາດຳເນີນອາຍຸການຂອງທ່ານ. ຕາມທ່ານນາງແລ້ວ, ທ່ານຮອງນາຍົກລັດຖະມົນຕີ ປຣະວິດ ວົງສຸວອນ ໄດ້ດຳລົງຕຳແໜ່ງເປັນຜູ້ຮັກສາການນາຍົກລັດຖະມົນຕີ ຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການຄຸມຄອງບັນດາບັນຫາຂອງລັດປີ 2020 ແລະ ຄຳສັ່ງຕິດພ້ອມ. ທ່ານນາງ ຕິປານານ ຊີຣີຈານາ ກໍ່ປະຕິເສດຂ່າວລືຕໍ່ເລື່ອງ ຜູ້ຮັກສາການນາຍົກລັດຖະມົນຕີ ປຣະວິດ ວົງສຸວອນ ປະຕິຮູບລັດຖະບານ ຫຼື ຍົກເລີກສະພາແຫ່ງຊາດ, ຍ້ອນນັ້ນແມ່ນສິດຂອງນາຍົກລັດຖະມົນຕີ.


top