ຂ່າວສານ

ໄທ ກູ້ເອົາຊີວິດຂອງສະມາຊິກທີມບານເຕະ “ໝູປ່າ” ຕື່ມອີກ 4 ຄົນ

      ສະມາຊິກ 4 ຄົນທີ່ໄດ້ຮັບການກູ້ເອົາຊີວິດອອກຈາກຖ້ຳຄັ້ງທີ 1 ລ້ວນແຕ່ມີສຸຂະພາບປົກກະຕິ ແລະ ພວມໄດ້ຮັບການເບິ່ງແຍງດູແລຢ່າງໃກ້ຊິດຢູ່ໂຮມໝໍ

ພາບປະກອບ
      ສະມາຊິກຜູ້ທີ 8 ຂອງທີມບານເຕະເຍົາວະຊົນ “ໝູປ່າ” ຖືກຕິດຄ້າງໃນຖ້ຳຫຼວງ, ຂຶ້ນກັບແຂວງ ຊຽງຣາຍ, ປະເທດໄທ ໄດ້ຮັບການກູ້ເອົາຊີວິດສຳເລັດໃນຕອນຄ່ຳວັນທີ 9 ກໍລະກົດ. ເປັນອັນວ່າ, ໃນບັ້ນກູ້ເອົາຊີວິດຄັ້ງທີ 2 ເຊິ່ງເລີ່ມແຕ່ເວລາ 11 ໂມງ ວັນທີ 9 ກໍລະກົດ, ກຳລັງກູ້ໄພກູ້ຊີບໄດ້ນຳຕົວຂອງສະມາຊິກອີກ 4 ຄົນອອກຈາກຖ້ຳ. ກ່ອນໜ້ານັ້ນ, ສະມາຊິກ 4 ຄົນທີ່ໄດ້ຮັບການກູ້ເອົາຊີວິດອອກຈາກຖ້ຳຄັ້ງທີ 1 ລ້ວນແຕ່ມີສຸຂະພາບປົກກະຕິ ແລະ ພວມໄດ້ຮັບການເບິ່ງແຍງດູແລຢ່າງໃກ້ຊິດຢູ່ໂຮມໝໍ. ທ່ານ ນະຣົງສັກ ໂອສົດຕະນະກອນ, ຜູ້ຮັບຜິດຊອບບັ້ນການເຄື່ອນໄຫວກູ້ເອົາຊີວິດ ໃຫ້ຮູ້ວ່າ: ສະມາຊິກ 4 ຄົນທີ່ໄດ້ຮັບການກູ້ເອົາຊີວິດອອກຈາກຖ້ຳໃນຄັ້ງທີໜຶ່ງຈະໄດ້ພົບປະກັບພໍ່ແມ່ໃນຄຳຄືນວັນທີ 9 ກໍລະກົດ ພາຍຫຼັງທີ່ຕ້ອງແຍກຕົວຢູ່ຫ້ອງສະເພາະເພື່ອປ້ອງກັນບັນດາພະຍາດທີ່ພວກນ້ອງອາດຈະຕິດໃນເວລາຢູ່ໃນຖ້ຳ.
 (ແຫຼ່ງຄັດຈາກ VOV)
 


top