ຂ່າວສານ

ໄທ, ກຳ​ປູ​ເຈຍ ເຫັນ​ດີ​ຢຸ​ດ​ຕິ​ການ​ປະ​ທະ​ກັນ ແລະ ເຄື່ອນ​ຍ້າຍ​ທະ​ຫານ​ຢູ່​ຊາຍ​ແດນ

ຕອນບ່າຍວັນທີ 29 ກໍລະກົດ, ກອງທັບລາຊະອານາຈັກ ໄທ (RTA) ຢັ້ງຢືນວ່າ ບັນດາການປະທະກັນຢູ່ລຽບຕາມຊາຍແດນປະເທດນີ້ກັບ ກຳປູເຈຍ ໄດ້ຢຸດຕິລົງ.
  ທະຫານຮັບດອກໄມ້ຈາກປະຊາຊົນ ຢູ່ ບາງກອກ ພາຍຫຼັງທີ່ການນຳ ກຳປູເຈຍ ແລະ ໄທ ຕົກລົງເຫັນດີຢຸດຍິງ ເຊິ່ງມີຜົນສັກສິດແຕ່ເວລາ 0 ໂມງ ຂອງວັນທີ 29 ກໍລະກົດ (ພາບ: REUTERS/Chalinee Thirasupa)  

ກ່ອນໜ້ານັ້ນ, ບັນດາຜູ້ບັນຊາການກຳລັງທະຫານຢູ່ເຂດຊາຍແດນຈຸດສຸມ ບັນລຸໄດ້ຂໍ້ຕົກລົງປະຕິບັດຄຳສັ່ງຢຸດຕິການປະທະກັນ ແລະ ເຄື່ອນຍ້າຍທະຫານ, ສ້າງເງື່ອນໄຂສະດວກໃນຈຸດເວລາກ່ອນດຳເນີນກອງປະຊຸມຄະນະກຳມະການຊາຍແດນລວມ (GBC) ລະຫວ່າງສອງປະເທດ ເຊິ່ງຄາດວ່າຈະດຳເນີນໃນວັນທີ 04 ສິງຫາ ຈະມາເຖິງ.

ເມື່ອປະກາດໝາກຜົນຂອງການປຶກສາຫາລືດ້ານການທະຫານ ເຊິ່ງໄດ້ຈັດຂຶ້ນໃນເວລາ 10 ໂມງເຊົ້າຂອງວັນທີ 29 ກໍລະກົດ, ທ່ານ ພົນຈັດຕະວາ Vinthai Suwaree ໂຄສົກຂອງ RTA ໃຫ້ຮູ້ວ່າ ບັນດາການປຶກສາຫາລືແບບເຊິ່ງໜ້າ ແລະ ທາງໄກລະຫວ່າງ 2 ຝ່າຍບັນລຸໄດ້ຄວາມເຫັນດີເຫັນພ້ອມລະງັບການເຄື່ອນຍ້າຍທະຫານເພື່ອຫຼຸດຜ່ອນຄວາມສົງໄສ ແລະ ຮັກສາສະຖຽນລະພາບໃນເວລາລໍຖ້າກອງປະຊຸມຂອງ GBC; ຜູ້ບັນຊາການຢູ່ທຸກຂັ້ນມີສິດຕິດຕໍ່ໂດຍກົງໃນກໍລະນີສຸກເສີນ. 2 ຝ່າຍເຫັນດີສ້າງກຸ່ມປະສານງານລວມ ເພື່ອແກ້ໄຂບັນດາບັນຫາຮີບດ່ວນ, ສະກັດກັ້ນການເກີດເຫດຮ້າຍຕ່າງໆ.


top