ຂ່າວສານ

ໄຕມາດທີ 1 ປີ 2020, ການສົ່ງອອກເກີນດູນຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳຂອງຫວຽດນາມເພີ່ມຂຶ້ນເກືອບ 49%

      ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໃຫ້ຮູ້ວ່າ, ໃນໄຕມາດທີ 1 ປີ 2020, ຍອດວົງເງິນສົ່ງອອກ-ນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳຂອງຫວຽດນາມ ຄາດວ່າບັນລຸລະດັບ 15,2 ຕື້ USD
      ໃນນັ້ນ, ວົງເງິນສົ່ງອອກບັນລຸກວ່າ 9 ຕື້ USD; ການນຳເຂົ້າບັນລຸປະມານ 6,2 ຕື້ USD. ສະນັ້ນ, ໃນໄຕມາດທີ 1 ປີ 2020, ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳຂອງຫວຽດນາມ ສົ່ງອອກເກີນດູນບັນລຸເກືອບ 2,9 ຕື້ USD, ເພີ່ມຂຶ້ນເກືອບ 49% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ຕາມນັ້ນແລ້ວ, ອາເມລິກາ ກວມເອົາອັດຕາສ່ວນໃນຕະຫຼາດຫຼາຍທີ່ສຸດ; ຖັດຈາກນັ້ນແມ່ນຈີນ, ອີຢູ, ຍີ່ປຸ່ນ, ບັນດາປະເທດອາຊຽນ…
        ໃນໄລຍະຈະມາເຖິງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໃຫ້ຮູ້ວ່າ, ທາງກະຊວງຈະສືບຕໍ່ປະຕິບັດບັນດາວິທີການ, ແຜນການສົ່ງອອກຜະລິດຕະພັນກະເສດ ເພື່ອຕອບສະໜອງຄວາມຕ້ອງການ ເພີ່ມຂຶ້ນສູງເມື່ອຈີນ ປະກາດສິ້ນສຸດໂລກລະບາດ.
 (ແຫຼ່ງຄັດຈາກ VOV)


top