ຂ່າວສານ

ໄຕມາດ I/2022, ເຊື່ອມຕໍ່ 100% ລະບຽບການບໍລິຫານກະສິກຳກັບປະຕູຖານຂໍ້ມູນປະຕູດຽວແຫ່ງຊາດ

ການຜັນຂະຫຍາຍກົນໄກປະຕູດຽວແຫ່ງຊາດ, ປະຕູດຽວ ອາຊຽນ, ທາງກະຊວງໄດ້ປະຕິບັດຜັນຂະຫຍາຍການເຊື່ອມຕໍ່ 29/33 ລະບຽບການບໍລິຫານ ຢູ່ 07 ຫົວໜ່ວຍທີ່ຂຶ້ນກັບກະຊວງ.
ທີ່ກອງປະຊຸມຜັນຂະຫຍາຍແຜນການປະຕິຮູບບໍລິຫານ ປີ 2022

ຕອນບ່າຍວັນທີ 11 ມັງກອນ ຢູ່ກອງປະຊຸມຜັນຂະຫຍາຍແຜນການປະຕິຮູບບໍລິຫານ ປີ 2022 ຂອງ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ທ່ານ ຫງວຽນຊວນເອີນ, ຮອງຫົວໜ້າກົມຈັດຕັ້ງພະນັກງານ, ໃຫ້ຮູ້ວ່າ ການຜັນຂະຫຍາຍກົນໄກປະຕູດຽວແຫ່ງຊາດ, ປະຕູດຽວ ອາຊຽນ, ທາງກະຊວງໄດ້ປະຕິບັດຜັນຂະຫຍາຍການເຊື່ອມຕໍ່ 29/33 ລະບຽບການບໍລິຫານ ຢູ່ 07 ຫົວໜ່ວຍທີ່ຂຶ້ນກັບກະຊວງ; ອອກໃບອະນຸຍາດເອເລັກໂຕນິກ ຫຼາຍກວ່າ 1,4 ລ້ານ ເອກະສານຜ່ານປະຕູຖານຂໍ້ມູນປະຕູດຽວແຫ່ງຊາດ. ປະຈຸບັນ, ກະຊວງມີຫຼາຍກວ່າ 400 ເອກະສານ ພ້ອມກັບ 09 ກົດໝາຍວິຊາສະເພາະ. ບັນດາເອກະສານນີ້ແມ່ນຂັ້ນຕອນທຳອິດຕອບສະໜອງຄຳໝັ້ນສັນຍາໃນສັນຍາການຄ້າເສລີ ແລະ ຮັບປະກັນສິດ, ຜົນປະໂຫຍດຂອງບັນດາສ່ວນບຸກຄົນ, ອົງການຈັດຕັ້ງກໍ່ຄືການຄຸ້ມຄອງຂະແໜງການ.

        ປີ 2022, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຈະສຸມໃສ່ເຊື່ອມຕໍ່ 100% ບັນດາລະບຽບການບໍລິຫານໃນປະຕູຖານຂໍ້ມູນປະຕູດຽວແຫ່ງຊາດໃຫ້ປະສົບຜົນສຳເລັດ ຕາມຄຳຊີ້ນຳຂອງຄະນະກຳມະການຊີ້ນຳແຫ່ງຊາດ ກ່ຽວກັບກົນໄກປະຕູດຽວແຫ່ງຊາດ, ປະຕູດຽວອາຊຽນ; ເພີ່ມທະວີຍູ້ແຮງແກ້ໄຂລະບຽບການບໍລິຫານໃນສະພາບແວດລ້ອມເອເລັກໂຕນິກ: ຫັນຂັ້ນຕອນດ້ານວິຊາການແກ້ໄຂເອກະສານເປັນມາດຕະຖານ, ເປັນເອເລັກໂຕນິກ; ແລກປ່ຽນເອກະສານເອເລັກໂຕນິກໃນສະພາບແວດລ້ວມອິນເຕີເນັດ, ຫັນໝາກຜົນການປະຕິຮູບລະບຽບການບໍລິຫານ, ເປັນດີຈີຕ່ອນຍົກສູງຄວາມເປີດເຜີຍ, ໂປ່ງໃສ...

(ແຫຼ່ງຄັດຈາກ VOV)


top