ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ໄຊຊະນະປະຫວັດສາດໃນວັນທີ 30 ເມສາ 1975 ຂອງປະຊາຊົນ ຫວຽດນາມ ມີການປະກອບສ່ວນຢ່າງໃຫຍ່ຫຼວງຂອງປະຊາຊົນຜູ້ກ້າວໜ້າ ແລະ ເພື່ອນມິດຜູ້ຮັກຫອມສັນຕິພາບໃນໂລກ, ໃນນັ້ນ ມີບັນດາພັກການເມືອງຂອງບັນດາປະເທດ ເຂົ້າຮ່ວມພິທີສະເຫຼີມສະຫຼອງຢູ່ ນະຄອນໂຮ່ຈີມິນ.
ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ການຕ້ອນຮັບການນຳບັນດາປະເທດ (ພາບ: TTXVN)
ໄຊຊະນະວັນທີ 30 ເມສາ 1975 ແມ່ນຂີດໝາຍອັນພົ້ນເດັ່ນປະກາຍແຈ້ງໃນປະຫວັດສາດຂອງຊາດ ຫວຽດນາມ, ໝາກຜົນອັນຍິ່ງໃຫຍ່ທີ່ສຸດຂອງພາລະກິດແຫ່ງການປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບຂອງປະຊາຊົນ ຫວຽດນາມ. ທ່ານເລຂາທິການໃຫຍ່ ໂຕເລິມ ນີ້ໄດ້ຢັ້ງຢືນຄືດັ່ງກ່າວ ທີ່ການຕ້ອນຮັບຄະນະການນຳ, ຜູ້ຕາງໜ້າບັນດາພັກການເມືອງບັນດາປະເທດ ມາເຂົ້າຮ່ວມພິທີສະເຫຼີມສະຫຼອງ, ເດີນຂະບວນ, ສວນສະໜາມຢູ່ ຫວຽດນາມ ໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 - 30/04/2025), ໃນຕອນບ່າຍວັນທີ 29 ເມສາ ຢູ່ ນະຄອນໂຮ່ຈີມິນ.
ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ໄຊຊະນະປະຫວັດສາດໃນວັນທີ 30 ເມສາ 1975 ຂອງປະຊາຊົນ ຫວຽດນາມ ມີການປະກອບສ່ວນຢ່າງໃຫຍ່ຫຼວງຂອງປະຊາຊົນຜູ້ກ້າວໜ້າ ແລະ ເພື່ອນມິດຜູ້ຮັກຫອມສັນຕິພາບໃນໂລກ, ໃນນັ້ນ ມີບັນດາພັກການເມືອງຂອງບັນດາປະເທດ ເຂົ້າຮ່ວມພິທີສະເຫຼີມສະຫຼອງຢູ່ ນະຄອນໂຮ່ຈີມິນ. ທ່ານຢັ້ງຢືນວ່າ ພັກກອມມູນິດ ຫວຽດນາມ ສະເໝີຕົ້ນສະໝີປາຍ, ສະໜັບສະໜູນບັນດາພັກການເມືອງ, ບັນດາຂະບວນການກ້າວໜ້າສັງຄົມໃນໂລກໃນການຕໍ່ສູ້ເພື່ອເປົ້າໝາຍລວມຂອງຍຸກສະໄໝ, ທ່ານເລຂາທິການໃຫຍ່ ປາດຖະໜາຢາກເປີດກວ້າງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືລະຫວ່າງບັນດາພັກການເມືອງເລິກເຊິ່ງກ່ວາອີກ, ເພີ່ມທະວີຄວາມຮູ້, ນ້ຳໃຈມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນ ຫວຽດນາມ ກັບປະຊາຊົນບັນດາປະເທດໃນໂລກ.
ເຂົ້າຮ່ວມລາຍການຕ້ອນຮັບ, ຜູ້ຕາງໜ້າພັກການເມືອງບັນດາປະເທດ, ຫົວໜ້າຄະນະ ຈີນ, ມົງໂກລີ, ຍີ່ປຸ່ນ, ສ.ໂດມີນີກາ ແລະ ຝລັ່ງ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງເຖິງຂອບຂະໜາດຂອງໄຊຊະນະໃນວັນທີ 30 ເມສາ 1975, ເນັ້ນໜັກວ່າ ນີ້ບໍ່ພຽງແຕ່ແມ່ນໄຊຊະນະສະເພາະຂອງປະຊາຊົນ ຫວຽດນາມວິລະຊົນເທົ່ານັ້ນ ຫາກຍັງແມ່ນໄຊຊະນະລວມຂອງມວນມະນຸດທີ່ກ້າວໜ້າ, ຮັກຫອມສັນຕິພາບໃນໂລກອີກດ້ວຍ ແລະ ກໍ່ປະກອບສ່ວນເຂົ້າໃນສັນຕິພາບ ແລະ ການພັດທະນາຢູ່ພາກພື້ນ.