ຂ່າວສານ

ໄຊຊະນະໃນວັນທີ 7 ມັງກອນ ແມ່ນເຫດການປະຫວັດສາດຂອງນ້ຳໃຈສາມັກຄີສາກົນລະຫວ່າງ ກຳປູເຈຍ - ຫວຽດນາມ

ໄຊຊະນະຂອງວັນທີ 7 ມັງກອນ ແມ່ນເຫດການປະຫວັດສາດຂອງນ້ຳໃຈສາມັກຄີສາກົນອັນບໍລິສຸດຜຸດຜ່ອງ, ຈິງໃຈລະຫວ່າງປະຊາຊົນສອງປະເທດ ກຳປູເຈຍ ແລະ ຫວຽດນາມ,
  ຕອນທ່ຽງວັນທີ 7 ມັງກອນ ປີ 1979, ກຳລັງປະກອບອາວຸດປະຕິວັດກຳປູເຈຍ ພ້ອມກັບທະຫານອາສາສະໝັກ ຫວຽດນາມ ບຸກເຂົ້າປົດປ່ອຍນະຄອນຫລວງ ພະນົມເປັນ. (ພາບ:TTXVN)  

ວັນທີ 6 ມັງກອນ, Freshnews ສື່ເອເລັກໂຕນິກ ໂດຍມີຈຳນວນຜູ້ເຂົ້າອ່ານຫລາຍສຸດຢູ່ກຳປູເຈຍ ປະຈຸບັນ ໄດ້ລົງບົດຂຽນຂອງທ່ານ Uch Leang, ຮອງຫົວຫນ້າກົມຄົນຄ້ວາ ອາຊີ- ອາຟຼິກາ ແລະ ຕາເວັນອອກກາງ, ສະຖາບັນການພົວພັນສາກົນ, ສະຖາບັນດີດ ລາຊະວົງກຳປູເຈຍ ດ້ວຍຫົວຂໍ້ວ່າ: ການສະເຫລີມສະຫລອງ 44 ປີແຫ່ງວັນໄຊຊະນະ 7 ມັງກອນ ແມ່ນວັນປົດປ່ອຍປະເທດກຳປູເຈຍ ພົ້ນອອກຈາກລະບອບດັບສູນເຊື້ອຊາດ Pol Pot (7/1/1979-7/1/2023).

ບົດຂຽນໄດ້ຢັ້ງຢືນວ່າ: ໄຊຊະນະຂອງວັນທີ 7/ມັງກອນ ແມ່ນເຫດການປະຫວັດສາດຂອງນ້ຳໃຈສາມັກຄີສາກົນອັນບໍລິສຸດຜຸດຜ່ອງ, ຈິງໃຈລະຫວ່າງປະຊາຊົນສອງປະເທດ ກຳປູເຈຍ ແລະ ຫວຽດນາມ, ສ້າງຫນ້າປະຫວັດສາດໃຫມ່ໃນການພົວພັນມິດຕະພາບ, ບ້ານໃກ້ເຮືອນຄຽງອັນດີງາມລະຫວ່າງສອງປະເທດ. ທ່ານ Uch Leang ໄດ້ຢ້ຳຄືນເຫດການຂອງວັນທີ 7 ມັງກອນປີ 1979 ດ້ວຍການຊ່ວຍເຫລືອຂອງທະຫານອາສາສະໝັກຫວຽດນາມ, ກອງທັບ ແລະ ປະຊາຊົນ ກຳປູເຈຍ ໄດ້ໂຄ່ນລົ້ມລະບອບດັບສູນເຊື້ອຊາດ Pol Pot, ປົດປ່ອຍປະຊາຊົນ ແລະ ປະເທດ ກຳປູເຈຍ, ເປີດສັງກາດໃຫມ່ຂອງຊາດ, ເສລີພາບ, ປະຊາທິປະໄຕ ແລະ ຄວາມກ້າວຫນ້າສັງຄົມ, ເປີດຊ່ອງທາງໃຫ້ກິດຈະກຳປອງດອງຊາດ ແລະ ໂຮມປະເທດຊາດເປັນເອກະພາບ.

ນັກຮຽນຮູ້ Uch Leang ຢັ້ງຢືນຕື່ມອີກວ່າ: “ສາຍພົວພັນລະຫວ່າງ ກຳປູເຈຍ ແລະ ຫວຽດນາມ ໄດ້ພັດທະນາໃນຫລາຍຂົງເຂດ,ນຳມາເຊິ່ງປະສິດທິຜົນຢ່າງແທ້ຈິງໃຫ້ແກ່ປະຊາຊົນແຕ່ລະປະເທດ ກໍ່ຄື ໃນກິດຈະການສ້າງສາ ແລະ ພັດທະນາປະເທດຊາດຢູ່ແຕ່ລະປະເທດ. 


top