ຂ່າວສານ

ໄຊຊະນະດ້ຽນບຽນຝູ: ຫວນຄືນອະດີດຕະການເພື່ອມຸ່ງໄປເຖິງອະນາຄົດ

ດ້ຽນບຽນຝູແມ່ນໜຶ່ງໃນບັ້ນບຸກໂຈມຕີຍິ່ງໃຫຍ່ທີ່ສຸດຂອງສະຕະວັດທີ 20. ມາຮອດປະຈຸບັນ, ເຫດການດັ່ງກ່າວຍັງໄດ້ເຕື້ອງເຖິງໃນເອກະສານປະຫວັດສາດຫຼາຍສະບັບ.

ດ້ຽນບຽນຝູແມ່ນໜຶ່ງໃນບັ້ນບຸກໂຈມຕີຍິ່ງໃຫຍ່ທີ່ສຸດຂອງສະຕະວັດທີ 20. ມາຮອດປະຈຸບັນ, ເຫດການດັ່ງກ່າວຍັງໄດ້ເຕື້ອງເຖິງໃນເອກະສານປະຫວັດສາດຫຼາຍສະບັບ.

    

ໄຊຊະນະດ້ຽນບຽນຝູແມ່ນສິລະປະການທະຫານຂອງທົ່ວໂລກ. (ພາບ: AFP)

ວັນທີ 07 ພຶດສະພາ 2022 ເປັນວັນຄົບຮອບ 68 ປີແຫ່ງວັນທະຫານແລະປະຊາຊົນຫວຽດນາມ ຕີເອົາຊະນະພວກລ່າເມືອງຂຶ້ນ ຝລັ່ງຢູ່ສະໜາມຮົບດ້ຽນບຽນຝູ, ສ້າງເປັນໄຊຊະນະທີ່ດັງກ້ອງກັງວານໄປທົ່ວ 5 ທະວີບ, ເຮັດໃຫ້ທົ່ວໂລກສັ່ນສະເທືອນ. ປະຈຸບັນນີ້, ປະຊາຊົນ 2 ຊາດຫວຽດນາມແລະ ຝລັ່ງພວມມານະພະຍາຍາມເພື່ອສ້າງການພົວພັນໃຫ້ໝັ້ນແກ່ນ ໂດຍອີງໃສ່ບັນດາການພົວພັນທີ່ເລິກເຊິ່ງລະຫວ່າງ 2 ຊາດ.

ໄຊຊະນະ ດ້ຽນບຽນຝູ 68 ປີກ່ອນນີ້ (ວັນທີ 07 ພຶດສະພາ 1954 – 07 ພຶດສະພາ 2022) ໄດ້ສິ້ນສຸດການຕໍ່ສູ້ຕ້ານການຮຸກຮານ, ຕ້ານການປົກຄອງຂອງພວກລ່າເມືອງຂຶ້ນ ຝລັ່ງ ຢ່າງພິລະອາດຫານຂອງຊາດ ຫວຽດນາມ ເປັນເວລາເກືອບ 1 ທົດສະວັດ; ເປັນພື້ນຖານຢ່າງໝັ້ນຄົງໃຫ້ແກ່ພາລະກິດທ້ອນໂຮມປະເທດຊາດເປັນເອກະພາບ.

ໄຊຊະນະດັງກ້ອງກັງວານໃນພົງສາວະດານ

ດ້ຽນບຽນຝູແມ່ນໜຶ່ງໃນບັ້ນບຸກໂຈມຕີຍິ່ງໃຫຍ່ທີ່ສຸດຂອງສະຕະວັດທີ 20. ມາຮອດປະຈຸບັນ, ເຫດການດັ່ງກ່າວຍັງໄດ້ເຕື້ອງເຖິງໃນເອກະສານປະຫວັດສາດຫຼາຍສະບັບ. ໄຊຊະນະດັ່ງກ່າວໄດ້ທັບມ້າງຄວາມມານະພະຍາຍາມທາງການທະຫານສູງສຸດຂອງພວກລ່າເມືອງຂຶ້ນ ຝລັ່ງແລະການແຊກແຊງຂອງອາເມລິກາ, ບັງຄັບໃຫ້ລັດຖະບານ ຝລັ່ງຕ້ອງເຊັນສັນຍາເຊີແນວ (ເດືອນກໍລະກົດ 1945) ຮັບຮູ້ເອກະລາດ, ອະທິປະໄຕ, ເອກະພາບແລະຜືນແຜ່ນດິນອັນຄົບຖ້ວນຂອງ 3 ປະເທດອິນດູຈີນ, ຢຸດຕິແອກປົກຄອງຂອງພວກລ່າເມືອງຂຶ້ນຝລັ່ງທີ່ແກ່ຍາວມາຫຼາຍສະຕະວັດ, ເປີດບາດກ້າວພັດທະນາໃໝ່ໃຫ້ແກ່ການປະຕິວັດຫວຽດນາມ, ລາວ, ກຳປູເຈຍ. ໃນຂອບເຂດທົ່ວໂລກ, ໄຊຊະນະດ້ຽນບຽນຝູໄດ້ຕ່າວປີ້ນນະໂຍບາຍຫົວເມືອງຂຶ້ນຂອງພວກລ່າເມືອງຂຶ້ນ ຝລັ່ງ, ບັງຄັບໃຫ້ພວກເຂົາຕ້ອງດັດປັບ, ເຄົາລົບສິດຂອງຊົນຊາດຕ່າງໆ, ປະກາດສິດປົກຄອງດ້ວຍຕົນເອງຫຼືມອບເອກລາດໃຫ້ບັນດາປະເທດອາຟະລິກາຄືນ.

ອະທິບາຍກ່ຽວກັບສາຍເຫດພາໄປເຖິງໄຊຊະນະປະຫວັດສາດດ້ຽນບຽນຝູ, ທ່ານປອ. ນັກຄົ້ນຄວ້າປະຫວັດສາດວິທະຍາຊາວ ຝລັ່ງ Ivan Cadeau, ຜູ້ແຕ່ງປື້ມ “ດ້ຽນບຽນຝູ: 13 ມີນາ - 07 ພຶດສະພາ 1954”, ໃຫ້ຂໍ້ສັງເກດວ່າ:

“ມີຫຼາຍປັດໃຈທີ່ສ້າງເປັນໄຊຊະນະດັ່ງກ່າວ. ຄວາມເກັ່ງກ້າສາມາດຂອງລັດຖະບານ ຫວຽດນາມ ແມ່ນຮູ້ຈັກນຳໃຊ້ ແລະ ລະດົມທຸກແຫຼ່ງກຳລັງ, ກຳລັງແຮງຂອງທົ່ວປວງຊົນ ແລະ ທົ່ວກອງທັບ. ສາຍເຫດທີ 2 ແມ່ນກົມເສນາທິການຂອງ ຫວຽດມິນ ມີໄຫວພິບທີ່ສຸດໃນການບຸກໂຈມຕີແຕ່ລະເທື່ອ ເຮັດໃຫ້ຝ່າຍ ຝລັ່ງ ບໍ່ສາມາດຄາດກະໄດ້. ອີກອັນໜຶ່ງແມ່ນ ເຖິງວ່າຖືກຈຳກັດດ້ານອາວຸດຍຸດທະພັນກໍ່ຕາມ, ແຕ່ທະຫານຫວຽດນາມກໍ່ສາມາດນຳໃຊ້ອາວຸດຍຸດທະພັນຢ່າງມີປະສິດທິຜົນທີ່ສຸດ. ອາດເວົ້າໄດ້ວ່າ, ໄຊຊະນະດ້ຽນບຽນຝູແມ່ນສິລະປະການທະຫານຂອງທົ່ວໂລກ”.

ມຸ່ງໄປເຖິງອະນາຄົດ

68 ປີພາຍຫຼັງໄຊຊະນະດ້ຽນບຽນຝູ, ປະຈຸບັນ, ຫວຽດນາມແລະສ.ຝລັ່ງພວມສ້າງການພົວພັນໃຫ້ໝັ້ນແກ່ນໂດຍອີງໃສ່ບັນດາການພົວພັນຢ່າງສະໜິດແໜ້ນເລິກເຊິ່ງລະຫວ່າງ 2 ຊາດ. ຝລັ່ງແມ່ນຄູ່ຮ່ວມມືຍຸດທະສາດຂອງຫວຽດນາມນັບແຕ່ປີ 2013 ເປັນຕົ້ນມາ. ນັ້ນແມ່ນການພົວພັນຄູ່ຮ່ວມມືອີງໃສ່ບັນດາການທາບທາມຄວາມເຫັນຢ່າງເປັນປະຈຳລະຫວ່າງ 2 ປະເທດແລະໃນການເຄື່ອນໄຫວຮ່ວມມືລະອຽດໃນຫຼາຍຂົງເຂດ. ຄາດວ່າ, ທ້າຍປີ 2022, 2 ຝ່າຍຈະເປີດນຳໃຊ້ເສັ້ນທາງລົດໄຟ metro ເລກທີ 3 ຂອງ ຮ່າໂນ້ຍ (ເຊິ່ງແມ່ນໂຄງການຝລັ່ງ ຊ່ວຍເຫຼືອດ້ານການເງິນ ດ້ວຍມູນຄ່າກວ່າ 500 ລ້ານເອີໂລ). ຕໍ່ຈາກນັ້ນແມ່ນບັນດາໂຄງການຮ່ວມມືໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ຂົງເຂດພະລັງງານຜະລິດຄືນໃໝ່, ຂົງເຂດວິທະຍາສາດແລະເຕັກໂນໂລຊີ. ສິ່ງທີ່ໜ້າສົນໃຈແມ່ນ, ໝາກຜົນການຢ້ຽມຢາມ ຝລັ່ງ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໃນເດືອນພະຈິກ 2021 ໄດ້ເປັນການພິສູດໃຫ້ແກ່ການພົວພັນທີ່ອຸດົມສົມບູນແລະຫຼາຍຮູບຫຼາຍແບບກ່ຽວກັບຫົວຂໍ້ເຊິ່ງ 2 ຝ່າຍປາດຖະໜາຢາກພ້ອມກັນສືບຕໍ່ຮ່ວມມື.

ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບການພົວພັນລະຫວ່າງຫວຽດນາມ - ຝລັ່ງ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມບຸຍແທັງເຊີນ, ໃຫ້ຮູ້ວ່າ:

“ການນຳຂັ້ນສູງຂອງ 2 ປະເທດລ້ວນແຕ່ເປັນເອກະພາບນຳກັນວ່າຕ້ອງສ້າງແຜນການກະທຳປະຈຳປີເພື່ອຜັນຂະຫຍາຍຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ຝລັ່ງ. ຂ້າພະເຈົ້າຖືວ່າແຜນການເຄື່ອນໄຫວນີ້ຈະກວມເອົາທຸກຂົງເຂດຈາກການເມືອງ, ການທູດ, ຕະຫຼອດຮອດການປ້ອງກັນຊາດປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ - ການລົງທຶນ, ວັດທະນະທຳ, ການສຶກສາບຳລຸງສ້າງ, ສາທາລະນະສຸກ. ຂ້າພະເຈົ້າເຊື່ອໝັ້ນວ່າການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ຝລັ່ງຈະໄດ້ຍົກຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ”.

ປີ 2023, ຫວຽດນາມແລະສ.ຝລັ່ງຈະຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ສະເຫຼີມສະຫຼອງ 10 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ. ໝາກຜົນດັ່ງກ່າວເປັນການສະແດງໃຫ້ເຫັນວ່າ 2 ປະເທດໄດ້ ແລະ ພວມຜ່ານຜ່າອະດີດຕະການຂອງ 68 ປີກ່ອນນີ້ ເພື່ອສ້າງການພົວພັນໄມຕີຈິດມິດຕະພາບທີ່ນັບມື້ນັບສຳຄັນກວ່າສຳລັບທັງ 2 ປະເທດ.

(ແຫຼ່ງຄັດຈາກ VOV)


top