ຂ່າວສານ

ໄຊຊະນະ ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດປີ 1972: ໄຊຊະນະແຫ່ງຄຸນນະທາດ, ພູມປັນຍາ ແລະ ກຳລັງແຮງ ຫວຽດນາມ

ດ້ວຍເຈດຈຳນົງຕັດສິນໃຈຕໍ່ສູ້, ຕັດສິນໃຈຍາດເອົາໄຊຊະນະຢ່າງເດັດຂາດ, ກອງທັບ ແລະ ປະຊາຊົນທາງພາກເໜືອ ໄດ້ຕີເອົາຊະນະຕໍ່ບັ້ນບຸກໂຈມຕີທາງອາກາດ, ສ້າງ “ໄຊຊະນະ ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” ເຮັດໃຫ້ທົ່ວໂລກສັ່ນສະເທືອນ.
  ໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” ມີຄວາມໝາຍປະຫວັດສາດ, ສ້າງບາດລ້ຽວຕັດສິນໃຫ້ແກ່ໄຊຊະນະຂອງບັ້ນຕໍ່ສູ້ຕ້ານ ອາເມລິກາ, ກູ້ຊາດ (ພາບເອກະສານ)  

ກ່ອນນີ້ 50 ປີກ່ອນວັນທີ 18 ທັນວາ 1972, ກອງທັບ ອາເມລິກາ ໄດ້ເປີດບັ້ນບຸກໂຈຕີທາງອາກາດຍຸດທະສາດນຳໃຊ້ເຮືອບິນຖິ້ມລະເບີດ B-52 ໃສ່ນະຄອນຫຼວງ ຮ່າໂນ້ຍນະຄອນ ຫາຍຟ່ອງ ແລະ ບາງແຂວງນະຄອນຢູ່ທາງພາກເໜືອ ຫວຽດນາມ ເປັນຕົ້ນບັນດາເປົ້າໝາຍຂອງການບຸກໂຈຕີທາງອາກາດມີຊື່ວ່າ “ບັ້ນຮົບ Linebacker II” ດັ່ງກ່າວ ແມ່ນເພື່ອຍາດໄດ້ໄຊຊະນະຢ່າງສິ້ນເຊິ່ງດ້ານການທະຫານເຮັດໃຫ້ປ່ຽນແປງສະພາບການໃນໂຕະເຈລະຈາຢູ່ ປາຣີ (ປະເທດ ລັ່ງຕາມທິດມີຜົນປະໂຫຍດໃຫ້ແກ່ ອາເມລິກາເຖິງຢ່າງໃດກໍ່ຕາມດ້ວຍເຈຈຳນົງຕັດສິນໃຈຕໍ່ສູ້, ຕັດສິນໃຈຍາດເອົາໄຊຊະນະຢ່າງເດັດຂາດກອງທັບ ແລະ ປະຊາຊົນທາງພາກເໜືອ ໄດ້ຕີເອົາຊະນະຕໍ່ບັ້ນບຸກໂຈມຕີທາງອາກາດສ້າງ “ໄຊຊະນະ ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” ເຮັດໃຫ້ທົ່ວໂລກສັ່ນສະເທືອນ.

ເພື່ອກະກຽມໃຫ້ແກ່ບັ້ນບຸກໂຈມຕີ Linebacker II, ກອງທັບ ອາເມລິກາ ໄດ້ລະດົມກຳລັງອາວຸດຍຸດທະພັນຢ່າງໃຫຍ່ໂຕມະໂຫຖານ, ລວມມີ: ເຮືອບິນ B-52 ຈຳນວນ 193 ລຳ (ກວມເອົາເກືອບ 50% ເຮືອບິນ B-52 ຂອງກອງທັບ ອາເມລິກາ); ເຮືອບິນ F-111A ຈຳນວນ 48 ລຳ; ເຮືອບິນສູ້ຮົບຫຼາຍປະເພດ 999 ລຳ ທີ່ຈອດຢູ່ ໄທ, ທາງພາກໃຕ້ ຫວຽດນາມ ແລະ ຢູ່ຝູງກ່ຳປັ່ນຮົບຂອງທະຫານເຮືອ 6 ລຳຢູ່ທະເລຕາເວັນອອກ ແລະ ບັນດາເຮືອບິນໜູນຊ່ວຍອື່ນໆອີກ… ກ່ຽວກັບກອງທັບເຮືອ, ອາເມລິກາ ໄດ້ເພີ່ມທະວີກ່ຳປັ່ນສູ້ຮົບຢູ່ເຂດອ່າວພາກເໜືອຈາກ 18 ລຳຂຶ້ນເປັນ 66 ລຳ (ກວມເອົາ 60% ຈຳນວນກ່ຳປັ່ນສູ້ຮົບ ແລະ ກ່ຳປັ່ນຍົກພົນຂຶ້ນບົກຂອງແມ່ທັບເຮືອ 7).

ຕີສະກັໃຫ້ການບຸກໂຈມຕີທາງອາກາດຍຸດທະສາດຂອງ ອາເມລິກາ ໃຫ້ປະລາໄຊ

ໃນເວລາ 12 ວັນ ແລະ ຄືນຂອງບັ້ນຮົບ Linebacker II (18-29 ທັນວາ 1972), ກອງທັບ ອາເມລິກາ ໄດ້ລະດົມເຮືອບິນຍຸດທະສາດ B-52 ເປັນ 740 ຄັ້ງ ແລະ ເຮືອບິນຍຸດທະວິທີ 1.000 ຄັ້ງ, ສົມທົບກັບການນຳໃຊ້ຍຸດທະພັນເອເລັກໂຕນິກ, ຖິ້ມລະເບີດກວ່າ 36.000 ໂຕນໃສ່ບັນດາເປົ້າໝາຍເສດຖະກິດ, ການທະຫານຢູ່ ຮ່າໂນ້ຍ, ຫາຍຟ່ອງ, ທາຍງວຽນ ແລະ ບາງເຂດອື່ນໆ. ໃນນັ້ນ, ເຮືອບິນ B-52 ໄດ້ຖິ້ມລະເບີດໃສ່ໂຮງໝໍ ແລະ ເຂດທີ່ມີປະຊາຊົນເປັນຈຳນວນຫຼວງຫຼາຍຢູ່ ຮ່າໂນ້ຍ ຄື: ໂຮງໝໍ ແບກມາຍ (ຄ່ຳຄືນວັນທີ 21 ທັນວາ) ແລະ ເຂດຖະໜົນ ເຄີມທຽນ (ຄ່ຳຄືນວັນທີ 26 ທັນວາ) ເຮັດໃຫ້ຜູ້ເສຍຊີວິດ ແລະ ຮັບບາດເຈັບເກືອບ 500 ຄົນ, ມີເຮືອນຊານເກືອບ 2.000 ຫຼັງຖືກທຳລາຍ ຫຼື ເປ່ເພໜັກ.

  (ທ່ານພົນໂທ ເລຮຸຍວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ)  

ແຕ່ເຖິງຢ່າງໃດກໍ່ຕາມ, ດ້ວຍການກະກຽມຢ່າງຕັ້ງໜ້າ, ເປັນເຈົ້າການ ແລະ ຈິດໃຈ, ເຈດຈຳນົງຕັດສິນໃຈຢ່າງສູງ, ກຳລັງປ້ອງກັນອາກາດ - ເຫຼົ່າທັບອາກາດ ພ້ອມກັບທະຫານ, ປະຊາຊົນ ຮ່າໂນ້ຍ, ຫາຍຟ່ອງ ແລະ ບັນດາແຂວງ, ນະຄອນທາງພາກເໜືອ ໄດ້ຍິງເຮືອບິນຫຼາຍຊະນິດຕົກ 81 ລຳ, ໃນນັ້ນມີເຮືອບິນ B-52 ຈຳນວນ 34 ລຳ, ເຮືອບິນ F-111 ຈຳນວນ 5 ລຳ, ຈັບຕົວນັກບິນ ອາເມລິກາ ຫຼາຍຄົນ. ນີ້ເປັນຄັ້ງທຳອິດໃນປະຫວັດສາດ, ເຮືອບິນຖິ້ມລະເບີດຍຸດທະສາດ B-52 ເຊິ່ງເຄີຍໄດ້ຮັບຖືວ່າແມ່ນ “ຖານປືນໃຫຍ່ທາງອາກາດ” ຂອງທະຫານ ອາເມລິກາ, ຖືກຍິງຕົກດ້ວຍຈຳນວນຫຼາຍລຳຄືແນວນັ້ນ. ທ່ານພົນໂທ ເລຮຸຍວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຢືນຢັນວ່າ:

ບັ້ນຮົບປ້ອງກັນອາກາດປົກປັກຮັກສາ ຮ່າໂນ້ຍ - ຫາຍຟ່ອງ 1972 ແມ່ນບັ້ນຮົບທຳອິດໃນໂລກທີ່ຍິງເຮືອບິນ B-52 ຕົກຫຼາຍລຳເຮັດໃຫ້ກອງທັບອາກາດ ອາເມລິກາ ປະລາໄຊຢ່າງໜັກໜ່ວງທີ່ສຸດໃນປະຫວັດສາດຕີກົນອຸບາຍໃຫ້ປະລາໄຊ ຍາດເອົາທ່າແຮງຢູ່ໂຕະເຈລະຈາປະກອບສ່ວນບັງຄັບໃຫ້ ອາເມລິກາ ຕ້ອງລົງນາມໃນສັນຍາ ປາຣີ (ເດືອນ ມັງກອນ 1973) ກ່ຽວກັບການຢຸດຕິສົງຄາມສ້າງສັນຕິພາບຢູ່ ຫວຽດນາມ ຄືນໃໝ່ໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” ສ້າງເງື່ອໄຂສະດວກ ແລະ ກາລະໂອກາດຍຸດທະສາດເພື່ອໃຫ້ທົ່ວພັກທົ່ວວງຊົນທົ່ວກອງທັບ ຫວຽດນາມ ມານະພະຍາຍາມສູ້ຊົນນຳການຕໍ່ສູ້້ານ ອາເມລິກາ, ກູ້ຊາດໄປເຖິງໄຊຊະນະຢ່າງສິ້ນເຊິງ”.

ນາຍພົນ George Etter, ຮອງຜູ້ບັນຊາການທາງອາກາດຍຸດທະສາດ ອາເມລິກາ ຍອມຮັບໃນວາລະສານ US.Air Forces ໃນວັນທີ 30 ທັນວາ 1972 ວ່າ: “ການເສຍຫາຍກ່ຽວກັບເຮືອບິນ B-52 ພ້ອມກັບຈຸບິນແມ່ນໜັກໜ່ວງທີ່ສຸດ, ແມ່ນການຕີໃສ່ບັນດານັກວາງແຜນຂອງທຳນຽບ 5 ແຈຈົນເປັນວິນ”.  ສ່ວນໃນບັນທຶກຄວາມຊົງຈຳຂອງຕົນ, ທ່ານປະທານາທິບໍດີ ອາເມລິກາ Richard Nixon ຂຽນວ່າ: “ຄວາມເປັນຫວ່ງກັງວົນຂອງຂ້າພະເຈົ້າໃນຊຸມມື້ນີ້ ບໍ່ແມ່ນເປັນຫວ່ງກ່ຽວກັບກະແສຄັດຄ້ານ, ຕຳໜິຕິຕຽນຢ່າງຮ້າຍແຮງຢູ່ພາຍໃນປະເທດ ແລະ ໃນໂລກ, ຫາກແມ່ນຄວາມເສຍຫາຍຢ່າງໜັກໜ່ວງຂອງເຮືອບິນ B-52 ”.

ໄຊຊະນະແຫ່ງຄຸນນະທາດພູມປັນຍາ ແລະ ກຳລັງແຮງ ຫວຽດນາມ

ທີ່ກອງປະຊຸມສຳມະນາວິທະຍາສາດລະດັບຊາດ ດ້ວຍຫົວຂໍ້ “ໄຊຊະນະ ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ 1972 - ກຳລັງແຮງ ຫວຽດນາມ ແລະ ຂອບຂະໜາດຍຸກສະໄໝ” ຈັດຂຶ້ນຢູ່ ຮ່າໂນ້ຍ ໃນວັນທີ 09 ທັນວາ, ມີນັກຮຽນຮູ້, ນັກຄົ້ນຄວ້າຫຼາຍທ່ານສືບຕໍ່ໄຈ້ແຍກ, ເຮັດແຈ້ງ ແລະ ຢືນຢັນຂອບຂະໜາດຍຸກສະໄໝ, ຄວາມໝາຍປະຫວັດສາດອັນໃຫຍ່ຫຼວງຂອງໄຊຊະນະ ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດປີ 1972. ພ້ອມກັບການຕີລາຄາໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” ມີຄວາມໝາຍປະຫວັດສາດ, ສ້າງບາດລ້ຽວຕັດສິນໃຫ້ແກ່ໄຊຊະນະຂອງບັ້ນຕໍ່ສູ້ຕ້ານ ອາເມລິກາ, ກູ້ຊາດ. ທ່ານສາດສະດາຈານ ຫງວຽນຮວ່າງຍຽນ, ຫົວໜ້າສະຖາບັນປະຫວັດສາດການທະຫານ ຫວຽດນາມ, ເນັ້ນໜັກວ່າ:

ໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” ແມ່ນໄຊຊະນະຂອງຊາດແຫ່ງວິລະຊົນເດັດດ່ຽວຕໍ່ສູ້ດ້ວຍຈິດໃຈ “ບໍ່ມີຫຍັງປະເສີດເລີດລ້ຳໄປກວ່າເອກະລາດເສລີພາບ”, ດ້ວຍກຳລັງແຮງຂອງການຕໍ່ສູ້ປະຊາຊົນ ຫວຽດນາມ ຸກສະໄໝ ໂຮ່ຈີມິນນັ້ນກໍ່ແມ່ນໄຊຊະນະຂອງສົງຄາມທີ່ຊອບທຳ ເຊິ່ງໄດ້ຮັບການຊ່ວຍເຫຼືອຈາກເພື່ອນມິດສາກົນຢ່າງມີປະສິດທິຜົນ, ໄດ້ຮັບການສະໜັບສະໜູນຈາກປະຊາຊົນຜູ້ກ້າວໜ້າໃນທົ່ວໂລກນັບທັງປະຊາຊົນ ອາເມລິກາ; ແມ່ນໄຊຊະນະຂອງມວນມະນຸດຜູ້ກ້າວໜ້າມີຂອບຂະໜາດຍຸກສະໄໝມີຄຸນປະໂຫຍດປຸກລະດົມບັນດາຂະບວນການຕໍ່ສູ້ຍາດເອົາເອກະລາດເສລີພາບ ແລະ ປະຊາທິປະໄຕໃນໂລກຢ່າງແຮງ”.

ໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” ໄດ້ສະແດງຄຸນນະທາດ, ພູມປັນຍາ, ວິໄສທັດຍຸດທະສາດຂອງພັກ ແລະ ກຳລັງແຮງຂອງສົງຄາມປະຊາຊົນ ຫວຽດນາມ ໃນຍຸກສະໄໝ ໂຮ່ຈີມິນ, ໃນນັ້ນກອງທັບປະຊາຊົນ ຫວຽດນາມ ວິລະຊົນເປັນແກ່ນສານ. ຂອບຂະໜາດ, ຄວາມໝາຍ ແລະ ບັນດາບົດຮຽນອັນລ້ຳຄ່າທີ່ຖອດຖອນມາໄດ້ຈາກໄຊຊະນະ ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ 1972 ຍັງມີຄຸນຄ່າເໝືອນເດີມໃນກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດ ຫວຽດນາມ ສັງຄົມນິຍົມໃນປະຈຸບັນ.


top