ຂ່າວສານ

ໄຂ​ເວ​ທີ​ປ​າ​ໄສ​ທະ​ເລ​ອາ​ຊຽນ ຄັ້ງ​ທີ 9 ຢູ່ ດ່າ​ນັ້ງ

ຕອນເຊົ້າວັນທີ 5 ທັນວາ, ຢູ່ນະຄອນດ່ານັ້ງ, ໄດ້ໄຂເວທີປາໄສທະເລອາຊຽນຄັ້ງທີ 9 (AFM-9) ໂດຍຫວຽດນາມເປັນເຈົ້າພາບ. ເຂົ້າຮ່ວມເຫດການນີ້ມີຜູ້ແທນ 50 ທ່ານມາຈາກ 10 ປະເທດ ສະມາຊິກ ອາຊຽນ ແລະ ຄະນະເລຂາອາຊຽນ.

ບັນດາຜູ້ແທນຖ່າຍຮູບລວມຢູ່ ເວທີປາໄສ (ພາບ: Daidoanket.vn)

ກ່າວຄຳເຫັນໄຂເວທີປາໄສ, ທ່ານ ຫວູໂຫ່, ຫົວໜ້າກົມ ອາຊຽນ, ກະຊວງການຕ່າງປະເທດ ຫວຽດນາມ, ຢັ້ງຢືນວ່າ ການຮ່ວມມື ແລະ ຄວາມໝັ້ນຄົງທາງທະເລຍາມໃດກໍ່ແມ່ນໜຶ່ງໃນບັນດາຂົງເຂດບຸລິມະສິດໃນການຮ່ວມມືພາຍໃນກຸ່ມອາຊຽນ ແລະ ລະຫວ່າງ ອາຊຽນກັບບັນດາຄູ່ຮ່ວມມື. ທ່ານ ຫວູໂຫ່ ໄດ້ສະເໜີໃຫ້ບັນດາປະເທດຕັ້ງໜ້າແລກປ່ຽນ, ສະເໜີບັນດາວິທີການແກ້ໄຂເພື່ອແນໃສ່ປັບປຸງ ແລະ ເສີມຂະຫຍາຍ ບົດບາດຂອງເວທີປາໄສ ທະເລ ອາຊຽນເປີດກ້ວາງໃນການຊຸກຍູ້ເຈລະຈາ, ສົມທົບກັນ ແລະ ຮ່ວມມືກັບບັນດາບັນຫາຢູ່ທະເລໃນພາກພື້ນ.

        ມີຫຼາຍຫົວຂໍ້ໄດ້ແລກປ່ຽນຢູ່ ເວທີປາໄສ ທະເລ ອາຊຽນ, ລວມມີການຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ, ປະຕິບັດ ສົນທິສັນຍາຂອງ ສປຊກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982, ຊອກຫາກູ້ໄພ, ເພີ່ມທະວີການເຊື່ອມຈອດ, ປົກປັກຮັກສາສິ່ງແວດລ້ອມທາງທະເລ ແລະ ຊຸກຍູ້ການທ່ອງທ່ຽວທາງທະເລ.

(ແຫຼ່ງຄັດຈາກ VOV)


top