ຂ່າວສານ

ໄຂ​ສັບ​ປະ​ດາ​ວັດ​ທະ​ນະ​ທຳຫວຽດ​ນາມ ຢູ່ ສ​ປ​ປ.ລາວ ປະ​ຈຳ​ປີ 2019

ຕອນຄ່ຳວັນທີ 5 ທັນວາ, ທີ່ ຫໍວັດທະນະທຳແຫ່ງຊາດລາວ, ຢູ່ນະຄອນຫຼວງວຽງຈັນ, ໄດ້ດຳເນີນພິທີໄຂສັບປະດາວັດທະນະທຳຫວຽດນາມ ຢູ່ ສປປ.ລາວ ປະຈຳປີ 2019. 

ລາຍການສະແດງສິລະປະຢູ່ພິທີໄຂສັບປະດາວັດທະນະທຳ ຫວຽດນາມ ປະຈຳ ລາວ 2019 (ພາບ: TTXVN)

ລາຍການດັ່ງກ່າວໂດຍ ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມແລະກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວສົມທົບກັນຈັດຕັ້ງຂຶ້ນ.

        ກ່າວຄຳປາໄສໄຂພິທີ, ທ່ານ ຫງວຽນງອັກຖ້ຽນ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ເນັ້ນໜັກວ່າ: ສັບປະດາວັດທະນະທຳຫວຽດນາມຢູ່ສປປ.ລາວ ປະຈຳປີ 2019 ແມ່ນການເຄື່ອນໄຫວພົບປະແລກປ່ຽນດ້ານວັດທະນະທຳທີ່ມີຄວາມໝາຍອັນຍິ່ງໃຫ່ຍ, ເຊິ່ງແນໃສ່ການປະຕິບັດຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດ ກ່ຽວກັບການເພີ່ມທະວີສາຍພົວພັນລະຫວ່າງ ຫວຽດນາມ-ລາວ, ກໍ່ຄືການຜັນຂະຫຍາຍແຜນການຮ່ວມມືດ້ານວັດທະນະທຳ, ການທ່ອງທ່ຽວລະຫວ່າງ ສອງປະເທດ. ສັບປະດາວັດທະນະທຳຫວຽດນາມຄັ້ງນີ້ ສຸດທີ່ມີຄວາມໝາຍ, ເມື່ອບັນດາການເຄື່ອນໄຫວໄດ້ຈັດຕັ້ງໂດຍຕິດພັນກັບການເປີດສຳນັກງານໃໝ່ຂອງສູນວັດທະນະທຳຫວຽດນາມປະຈຳລາວ. ນີ້ຈະເປັນສັນຍາລັກອັນສຳຄັນ, ປະກອບສ່ວນຢ່າງຕັ້ງໜ້າໃນການປັບປຸງ, ເພີ່ມທະວີສາຍພົວພັນແບບພິເສດລະຫວ່າງສອງປະເທດ ຫວຽດນາມ-ລາວ.

        ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ກໍຢັ້ງຢືນວ່າ: ສັບປະດາວັດທະນະທຳຫວຽດນາມຢູ່ ສປປ.ລາວ ປະຈຳປີ 2019, ແມ່ນສິ່ງພິເສດໃຫ້ແກ່ສາຍພົວພັນມິດຕະພາບ, ນ້ຳໃຈສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ-ຫວຽດນາມ ອ້າຍນ້ອງ.

(ແຫຼ່ງຄັດຈາກ VOV)


top