ຂ່າວສານ

ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ “ມໍ​ລະ​ດົກ​ສິ​ລະ​ປະຟ້ອນ ແຊ່​ວ ຊາວ​ເຜົ່າ ໄທ ຫວຽດ​ນາມ” ແລະ “ການ​ທ່ອງ​ທ່ຽວ 8 ແຂວງ ທາງ​ທິດ​​ຕາ​ເວັນ​ຕົກພາກ​ເໜືອ” ເປີດກວ້າງ​ປີ 2022

ຕອນເຊົ້າວັນທີ 23 ກັນຍາ, ຢູ່ເຂດປູຊະນີຍະສະຖານ ປະທານ ໂຮ່ຈີມິນ (ເທດສະບານເມືອງ ເຫງຍໂລ້, ແຂວງ ອຽນບາຍ), ໄດ້ຈັດພິທີໄຂງານວາງສະແດງພາບຖ່າຍ “ມໍລະດົກສິລະປະຟ້ອນ ແຊ່ວ ຊາວເຜົ່າໄທ ຫວຽດນາມ” ແລະ “ສະຖານທີ່ທ່ອງທ່ຽວ 8 ແຂວງທາງທິດຕາເວັນຕົກພາກເໜືອ” ເປີດກວ້າງປີ 2022.

ພິທີໄຂງານວາງສະແດງພາບຖ່າຍ “ມໍລະດົກສິລະປະຟ້ອນ ແຊ່ວ ຊາວເຜົ່າໄທ ຫວຽດນາມ” 

ຜ່ານຜົນງານຕ່າງໆນັ້ນ ກໍໄດ້ນຳສະເໜີ, ໂຄສະນາຢ່າງມີຊີວິດຊີວາ ກ່ຽວກັບດິນແດນ, ປະຊາຊົນ, ຜົນງານໃນວິວັດທະນາການແຫ່ງການປ່ຽນແປງໃໝ່, ສີສັນກ່ຽວກັບວັດທະນະທຳ, ການທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງ 8 ແຂວງທາງທິດຕາເວັນຕົກພາກເໜືອ ເວົ້າລວມ ແລະ ຂອງແຂວງ ອຽນບາຍ ເວົ້າສະເພາະ ໃຫ້ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນ.

        ນີ້ແມ່ນການເຄື່ອນໄຫວທຳອິດຂອງຂອບເຂດການເຄື່ອນໄຫວຮັບໃບຢັ້ງຢືນການຮັບຮອງ “ສິລະປະຟ້ອນ ແຊ່ວ ຊາວເຜົ່າໄທ” ຈາກອົງການ UNESCO ວ່າ ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸ ຂອງມວນມະນຸດ ແລະ ງານບຸນ ວັດທະນະທຳ, ການທ່ອງທ່ຽວ ເມື່ອງລໍ່, ຄົ້ນຫາທັດສະນີຍະພາບລະດັບຊາດພິເສດ ນາຂັ້ນໄດ ໝູ່ກາງຈາຍ ປີ 2022. ງານວາງສະແດງດັ່ງກ່າວ ຈະດຳເນີນຮອດວັນທີ 28 ກັນຍາ ຈິ່ງອັດລົງ.

(ແຫຼ່ງຄັດຈາກ VOV)

top