ຂ່າວສານ

ໄຂ​ງານ​ວາງ​ສະ​ແດງ “ປະ​ເທດ​ຊາດ​ມີ​ຄວາມ​ມ່ວນ​ຊື່ນ​ຢ່າງ​ສົມ​ບູນ”

ງານວາງສະແດງ “ປະເທດຊາດມີຄວາມມ່ວນຊື່ນຢ່າງສົມບູນ” ໄດ້ເປີດປະຕູຮັບແຂກມາຊົມແຕ່ວັນທີ 23 ເມສາ-ວັນທີ 10 ສິງຫາປີ 2025
(ພາບ: ງອກແອັງ)

ຕອນບ່າຍວັນທີ 23 ເມສາ, ຢູ່ຫໍພິພິຕະພັນ ໂຮ່ຈີມິນ ທີ່ນະຄອນຫຼວງ ຮ່າໂນ້ຍ, ໄດ້ໄຂງານວາງສະແດງ “ປະເທດຊາດມີຄວາມມ່ວນຊື່ນຢ່າງສົມບູນ”. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວມຸ່ງໄປເຖິງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 - 30/4/2025).

(ພາບ: ງອກແອັງ)

ງານວາງສະແດງ “ປະເທດຊາດມີຄວາມມ່ວນຊື່ນຢ່າງສົມບູນ” ມີກ່ວາ 300 ຮູບພາບ, ເອກະສານ, ວັດຖຸພັນ, ໃນນັ້ນ ມີບັນດາເອກະສານ, ວັດຖຸພັນໄດ້ຮັບການວາງສະແດງເປັນຄັ້ງທຳອິດ. ການວາງສະແດງລວມມີ 3 ພາກ: ຄວາມຄາດຫວັງສັນຕິພາບ, ມະຫາໄຊລະດູບານໃໝ່ປີ 1975 ແລະ ຫວຽດນາມ-ບືນຕົວຂຶ້ນບັນດາລະດັບສູງໃໝ່.

ງານວາງສະແດງ “ປະເທດຊາດມີຄວາມມ່ວນຊື່ນຢ່າງສົມບູນ” ໄດ້ເປີດປະຕູຮັບແຂກມາຊົມແຕ່ວັນທີ 23 ເມສາ-ວັນທີ 10 ສິງຫາປີ 2025.


top