ຂ່າວສານ

ໄຂ​ງານ​ມະ​ຫາ​ກຳ​ກິ​ລາ​​ຫຸ່ນ​ຍົນ​ມະ​ນຸດ​ໂລກ 2025

ບັນດາການເຄື່ອນໄຫວນີ້ກໍ່ໄດ້ຂາຍປີ້ຄືກັນກັບການແຂ່ງຂັນກິລາຂອງມະນຸດດ້ວຍລາຄາແຕ່ 18-80 USD ຕາມແຕ່ລະນັດແຂ່ງຂັນ.
(ພາບ: THX)

ງານມະຫາກຳກິລາຫຸ່ນຍົນມະນຸດໂລກຄັ້ງປະຖົມມະເລິກໄດ້ໄຂຂຶ້ນຢ່າງເປັນທາງການເມື່ອຕອນຄ່ຳວັນທີ 14 ສິງຫາຢູ່ນະຄອນຫຼວງ ປັກກິ່ງ ປະເທດ ຈີນ. ພາຍຫຼັງພິທີເປີດເຄື່ອງອຸປະກອນຈິດໃຈອັດສະລິຍະ         ແທນໃຫ້ທັວນໄຟແມ່ນການສະແດງແຕະບານ, ມວຍ, ແລ່ນ 100 ແມັດ, ຫັດກາຍ….     ຂອງຫຸ່ນຍົນມະນຸດ.

 ມີ 280 ທິມທີ່ມາຈາກ 16 ປະເທດໄດ້ເຂົ້າຮ່ວມງານມະຫາກຳກິລາຫຸ່ນນຍົນມະນຸດໂລກຄື: ຈີນ, ໄທ, ສິງກະໂປ, ອິນໂດເນເຊຍ, ຍີ່ປຸ່ນ, ໂຮນລັງ….ໃນເວລາແຕ່ນີ້ຮອດວັນທີ 17 ສິງຫາ, ມີຫຸ່ນຍົນມະນຸດກ່ວາ 500 ໂຕຂອງ 127 ເຄື່ອງໝາຍການຄ້າຈະເຂົ້າຮ່ວມການແຂ່ງຂັນໃນ 26 ເນື້ອໃນຄື: ແລ່ນ, ໂດດສູງ, ຕີມວຍເສລີ, ພິເສດແມ່ນຫຸ່ນນຍົນມະນຸດຈະເຕະບານ 3/3 ແລະ 5/5 ແບບອັດຕະໂນມັດ.

ບັນດາການເຄື່ອນໄຫວນີ້ກໍ່ໄດ້ຂາຍປີ້ຄືກັນກັບການແຂ່ງຂັນກິລາຂອງມະນຸດດ້ວຍລາຄາແຕ່ 18-80 USD ຕາມແຕ່ລະນັດແຂ່ງຂັນ.


top