ຕອນຄ່ຳວັນທີ 7 ກຸມພາ, ງານມະຫາກຳກິລາລະດູໜາວອາຊີຄັ້ງທີ 9 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ ນະຄອນ ຮາເອີບິນ, ຈີນ.
ພິທີໄຂ ງານມະຫາກຳກິລາລະດູໜາວອາຊີຄັ້ງທີ 9 ຢູ່ຈີນ (ພາບ: THX/TTXVN)
ພິທີໄຂຂຶ້ນກົງກັບເວລາ 8 ໂມງຄຳຂອງວັນທີ 7 ກຸມພາ (ຕາມເວລາທ້ອງຖິ່ນ) ຢູ່ສອງສະຖານທີ່ແມ່ນ ສູນວາງສະແດງສາກົນ ຮາເອີບິນ ແລະ ສວນສາທາລະນະໂລກແຫ່ງຫິມະ ຮາບິນ ເຊິ່ງແມ່ນສວນສາທາລະນະກ່ຽວກັບຫິມະໃຫຍ່ທີ່ສຸດໃນໂລກ. ທ່ານປະທານປະເທດ ຈີນ ສິນຈິ້ນຜິງເຂົ້າຮ່ວມ ແລະ ກ່າວຄຳເຫັນໄຂງານມະຫາກຳກິລາລະດູໜາວອາຊີຄັ້ງທີ 9. ພ້ອມກັນນັ້ນຍັງມີການເຂົ້າຮ່ວມຂອງ ລາຊະອານາຈັກ ບຣູໄນ, ປະທານາທິບໍດີ ກາຊັກສະຖານ, ປະທານາທິບໍດີ ປາກິດສະຖານ, ນາຍົກລັດຖະມົນຕີ ໄທ ແລະ ປະທານສະພາແຫ່ງຊາດ ສ.ເກົາຫຼີ.
ດ້ວຍຫົວຂໍ້ “ຄວາມຝັນແຫ່ງລະດູບານໃໝ່, ຄວາມຮັກຕໍ່ອາຊີ”, ພິທີແກ່ຍາວເປັນເວລາ 80 ນາທີ, ໃນນັ້ນ ພິທີກຳໄດ້ດຳເນີນໃນເວລາ 50 ນາທີ, ບັນດາລາຍການສະແດງສິລະປະ ແລະ ການຈູດດວງໄຟທີ່ໄດ້ດຳເນີນໃນເວລາ 30 ນາທີ. ງານມະຫາກຳກິລາລະດູໜາວ ອາຊີ ຮາເອີບິນ ມີການເຂົ້າຮ່ວມຂອງນັກກິລາຢູ່ລະດັບສະຖິຕິແມ່ນກ່ວາ 1.270 ຄົນທີ່ມາຈາກ 34 ປະເທດ ແລະ ເຂດແຄ້ວນຢູ່ອາຊີ. ຄະນະນັກກິລາ ຫວຽດນາມ ລວມມີ 3 ຄົນ. ນັກກິລາ ເຢືອງເຈື່ອງເລິບ ແມ່ນນັກກິລາຄົນໜຶ່ງດຽວຂອງກິລາ ຫວຽດນາມ ເຂົ້າຮ່ວມງານມະຫາກຳກິລາລະດູໜາວປີນີ້. ງານມະຫາກຳກິລາລະດູໜາວອາຊີ ຄັ້ງທີ IX ຈະສິ້ນສຸດໃນວັນທີ 14 ກຸມພາ.