ຕອນຄ່ຳວັນທີ 28 ພຶດສະພາ, ຄະນະຈັດຕັ້ງ Festival ເຫວ້ ປີ 2026 ໄດ້ສົມທົບກັບຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ນະຄອນ ເຫວ້ ໄຂງານບຸນອາຫານເຈ Festival ເຫວ້ 2026 ຢູ່ຖະໜົນຍ່າງ ຫງວຽນດິ່ງຈຽວ, ຕາແສງ ທ້ວນຮວ່າ, ນະຄອນ ເຫວ້.
ພິທີໄຂງານບຸນອາຫານເຈ Festival ເຫວ້ 2026 (ພາບ: VOV)
ເຫດການດັ່ງກ່າວໄດ້ເຕົ້າໂຮມ 56 ຮ້ານວາງສະແດງດ້ວຍອາຫານເຈ ປະມານ 100 ເຍື່ອງ ຂອງວັດ, ໂຮງແຮມ, ພັດທະນາຄານແຫ່ງຕ່າງໆຢູ່ພາຍໃນ ແລະ ນອກນະຄອນ ເຫວ້, ຮັບໃຊ້ແຂກກວ່າ 5.000 ເທື່ອຄົນ. ງານບຸນ ບໍ່ພຽງແຕ່ແມ່ນການເຄື່ອນໄຫວທາງດ້ານວັດທະນະທຳ - ການທ່ອງທ່ຽວທີ່ພົ້ນເດັ່ນໃນຂອບເຂດ Festival ເຫວ້ ປີ 2026 ເທົ່ານັ້ນ ຫາກຍັງປະກອບສ່ວນໂຄສະນາພາບພົດ “ເຫວ້ - ເມືອງຫຼວງແຫ່ງອາຫານການກິນ”, ແນະນຳບັນດາຄຸນຄ່າທາງດ້ານວັດທະນະທຳທີ່ເປັນມູນເຊື້ອ ຕິດພັນກັບປັດສະຍາການດຳລົງຊີວິດມຸ່ງໄປເຖິງຄວາມດີງາມ, ດຳລົງຊີວິດຢ່າງກົມກຽວກັບທຳມະຊາດ ແລະ ຊຸມຊົນ.
ໂດຍໄດ້ດຳເນີນໃນລະຫວ່າງວັນທີ 28 – 29 ພຶດສະພາ, ງານບຸນອາຫານເຈ Festival ເຫວ້ ປີ 2026 ແມ່ນເພື່ອແນໃສ່ເຊີດຊູຄຸນຄ່າອາຫານເຈທີ່ເປັນມູນເຊື້ອຂອງ ເຫວ້, ພ້ອມທັງແຜ່ກະຈາຍວິຖີດຳລົງຊີວິດສີຂຽວ, ປອດໃສ ພ້ອມດ້ວຍຈິດໃຈເມດຕາປານີໃນຊຸມຊົນ.