ຂ່າວສານ

ໄຂ​ງານ​ບຸນ​ວິ​ຫານ​ເຈີນ ຢູ່ ແຂວງ ທາຍ​ບິ່ງ ປີ 2025

ປີນີ້ ງານບຸນແມ່ນດຳເນີນແຕ່ວັນທີ 10-14 ກຸມພາ (ກົງກັບວັນທີ 13 -17 ເດືອນຈຽງປີມະເສັງ) ຕາມຂອບຂະຫນາດຂັ້ນແຂວງ, ດ້ວຍການເຄື່ອນໄຫວຫລາຍຢ່າງຄື: ພິທີຖະຫວາຍເຄື່ອງບູຊາ ແລະ ຈູດທູບທຽນ, ພິທີແຫ່ນ້ຳ, ພິທີຕີກາ, ບັນດາການເຄື່ອນໄຫວວັດທະນະທຳ, ກິລາ, ການລະຫລິ້ນພື້ນເມືອງ..
ທ່ານ ເຈິ່ນກວັກເວື້ອງ, ອະດີດກຳມະການກົມການເມືອງ, ອະດີດຜູ້ປະຈຳການຄະນະເລຂາສູນກາງພັກ ຕີກ້ອງໄຂງານບຸນ (ພາບ: TTXVN)

ຕອນຄ່ຳວັນທີ 10 ກຸມພາ, ແມ່ນກົງກັບວັນທີ 13 ເດືອນຈຽງປີມະເສັງ, ຢູ່ ເຂດປູຊະນີຍະສະຖານແຫ່ງຊາດ ພິເສດ ເຂດສຸສານ ແລະ ວິຫານບູຊາບັນດາເຈົ້າຊີວິດໃນສະໄຫມລາຊະວົງເຈີນ (ຕາແສງ ຕຽນດຶກ ເມືອງ ຮຶງຫ່າ ແຂວງ ທາຍບິ່ງ), ຄະນະກຳມະການປະຊາຊົນແຂວງ ທາຍບິ່ງ ໄດ້ໄຂງານບຸນວິຫານເຈີນປີ 2025.

ປີນີ້ ງານບຸນແມ່ນດຳເນີນແຕ່ວັນທີ 10-14 ກຸມພາ (ກົງກັບວັນທີ 13 -17 ເດືອນຈຽງປີມະເສັງ) ຕາມຂອບຂະຫນາດຂັ້ນແຂວງ, ດ້ວຍການເຄື່ອນໄຫວຫລາຍຢ່າງຄື: ພິທີຖະຫວາຍເຄື່ອງບູຊາ ແລະ ຈູດທູບທຽນ, ພິທີແຫ່ນ້ຳ, ພິທີຕີກາ, ບັນດາການເຄື່ອນໄຫວວັດທະນະທຳ, ກິລາ, ການລະຫລິ້ນພື້ນເມືອງ..

ພິທີຕີກາ ແມ່ນຫນຶ່ງໃນບັນດາການເຄື່ອນໄຫວສຳຄັນທີ່ສຸດຂອງງານບຸນ. ຕາມປະເພນີແລ້ວ, ຕີກາ ໄດ້ແຈກຢາຍໃຫ້ປະຊາຊົນ ດ້ວຍຄວາມປາດຖະຫນາຢາກໃຫ້ປະຊາຊົນມີໂຊກມີໄຊໃນປີໃຫມ່. ນອກນັ້ນ ໃນບັນດາມື້ດຳເນີນງານບຸນ ຍັງຈັດການເຄື່ອນໄຫວດ້ານວັດທະນະທຳ, ກິລາ, ການລະຫລິ້ນພື້ນເມືອງຕ່າງໆອີກດ້ວຍ.


top