ຂ່າວສານ

ໄຂ​ງານ​ຕະຫຼ​າດ​ນັດ​ສາ​ກົນ​ສິນ​ຄ້າ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ 2019

ຕອນເຊົ້າວັນທີ 8 ຕຸລາ ຢູ່ ຮ່າໂນ້ຍ, ໄຂງານຕະຫຼາດນັດສາກົນສິນຄ້າອຸດສາຫະກຳ ຫວຽດນາມ 2019. ງານຕະຫຼາດນັດສາກົນ ສິນຄ້າ ອຸດສາຫະກຳ ຫວຽດນາມ 2019 ແມ່ນການເຄື່ອນໄຫວສົ່ງເສີມການລົງທຶນ ແລະ ການຄ້າ ປະຈຳປີສະເພາະກ່ຽວກັບເຄື່ອງຈັກ ແລະ ອຸປະກອນອຸດສາຫະກຳ ໄດ້ຈັດຕັ້ງດ້ວຍຂອບຂະໜາດໃຫຍ່.

ພິທີຕັດຜ້າແຖບໄຂງານຕະຫຼາດນັດ ສາກົນສິນຄ້າອຸດສາຫະກຳ ຫວຽດນາມ 2019 (ພາບ: congthuong.vn)

ງານຕະຫຼາດນັດປີນີ້ ມີການເຂົ້າຮ່ວມຂອງ ວິສາຫະກິດ 350 ແຫ່ງຢູ່ພາຍໃນ ແລະ ຕ່າງປະເທດທີ່ມາຈາກຫຼາຍປະເທດ ແລະ ເຂດແຄ້ວນຄື ສ.ເກົາຫຼີ, ຍີ່ປຸ່ນ, ຈີນ… ດ້ວຍຍອດເນື້ອທີ່ ວາງສະແດງ ກ່ວາ 6 000 m2. ທ່ານ ຕະກວາງດົງ, ຮອງລັດຖະມົນຕີ ກະຊວງ ວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຖືວ່າ ງານຕະຫຼາດນັດແມ່ນຂົວເຊື່ອມຕໍ່, ຊ່ວຍໃຫ້ບັນດາວິສາຫະກິດສົ່ງເສີມການຄ້າ, ເພີ່ມທະວີການລົງທຶນ. ທ່ານກ່າວວ່າ:

        ງານຕະຫຼາດນັດສາກົນສິນຄ້າອຸດສາຫະກຳ ຫວຽດນາມ ແມ່ນການເຄື່ອນໄຫວສົ່ງເສີມການລົງທຶນ ແລະ ການຄ້າໄດ້ດຳເນີນປະຈຳປີ, ດ້ວຍເປົ້າໝາຍໜູນຊ່ວຍບັນດາວິສາຫະກິດໃນການຊອກຫາເຕັກໂນໂລຢີ, ຊອກຫາບັນດາຄູ່ຮ່ວມມືດຳເນີນທຸລະກິດ. ຂ້າພະເຈົ້າເຊື່ອໝັ້ນວ່າ ງານຕະຫຼາດນັດດັ່ງກ່າວຈະໄດ້ຮັບການສະໜັບສະໜູນ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າຂອງວິສາຫະກິດ, ບັນດາຜູ້ຜະລິດຢູ່ພາຍໃນ ແລະ ຕ່າງປະເທດ ແລະ ແມ່ນຂົວເຊື່ອມຕໍ່ທີ່ມີປະສິດທິຜົນໃນການໜູນຊ່ວຍວິສາຫະກິດເພີ່ມທະວີການເຄື່ອນໄຫວສົ່ງເສີມ, ເປີດກ້ວາງ ການຮ່ວມມື ລົງທຶນໃຫ້ປະສົບຜົນສຳເລັດ.

        ງານຕະຫຼາດນັດສາກົນ ສິນຄ້າອຸດສາຫະກຳ ຫວຽດນາມ 2019 ໄດ້ດຳເນີນໃນລະຫວ່າງ ວັນທີ 8 – 11 ຕຸລາ 2019.

(ແຫຼ່ງຄັດຈາກ VOV)


top