ຂ່າວສານ

ໄຂ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ສາ​ສະ​ໜາ​ພຸດ​ ຄັ້ງ​ທີ IX

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສາສະໜາພຸດ ຄັ້ງທີ IX ຖືກດຳເນີນພາຍໃນ 2 ວັນແຕ່ວັນທີ 28 – 29 ພະຈິກ ຢູ່ ນະຄອນຫຼວງ ຮ່າໂນ້ຍ. ດ້ວຍຫົວຂໍ້ “ລະບຽບວິໄນ - ຄວາມຮັບຜິດຊອບ - ຄວາມສາມັກຄີ - ການພັດທະນາ”, ໃນກອງປະຊຸມໃຫຍ່ຄັ້ງນີ້, ສະພາສົງ, ສະພາບໍລິຫານງານພຸດທະສາສະໜາຫວຽດນາມ ໄດ້ສະຫຼຸບ, ຕີລາຄາຜົນງານທີ່ບັນລຸໄດ້ໃນວຽກງານພຸດທະສາສະໜາ ອາຍຸການ VIII (2017 – 2022), ວາງແຜນກຳນົດທິດທາງການເຄື່ອນໄຫວ, ໜ້າທີ່ຍຸດທະສາດພັດທະນາສະມາຄົມພຸດທະສາສະໜາ ໄລຍະ 5 ປີຕໍ່ໄປ ຂອງອາຍຸການທີ IX (2022 – 2027).

  ພິທີໄຂກອງປະຊຸມໃຫຍ່  

ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສະເໜີວ່າ ໃນອາຍຸການໃໝ່ ປີ 2022 – 2027, ສະມາຄົມພຸດທະສາສະໜາ ຫວຽດນາມ ສືບຕໍ່ເສີມຂະຫຍາຍບັນດາມູນເຊື້ອອັນດີງາມຂອງພຸດທະສາສະໜາ.

“ໃນອາຍຸການໃໝ່, ສະມາຄົມພຸດທະສາສະໜາ ຫວຽດນາມ ຈະສືບຕໍ່ຊີ້ນຳເຕົ້າໂຮມຄວາມສາມັກຄີພະສົງສຳມະເນນ, ພຸດທະສາສະນິກກະຊົນ ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ ສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດ, ຜູກພັນ, ຮ່ວມເດີນທາງພ້ອມກັບປະເທດຊາດ; ປະກອບສ່ວນເຂົ້າໃນຄວາມສາມັກຄີ, ການປອງດອງຊາດ, ປະຕິບັດບັນດາຂະບວນການແຂ່ງຂັນຮັກຊາດໃຫ້ເປັນຢ່າງດີ; ຮ່ວມແຮງຮ່ວມໃຈປະຕິບັດເປົ້າໝາຍສ້າງສາປະເທດ ຫວຽດນາມ ເປັນປະເທດ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສິວິໄລ.

ໃນອາຍຸການຜ່ານມາ, ສະມາຄົມພຸດທະສາສະໜາ ຫວຽດນາມ ໄດ້ສ້າງຕັ້ງສາຍຕິດຕໍ່ພົວພັນລະຫວ່າງພະສົງສໍາມະເນນ ແລະ ພຸດທະສາສະນິກກະຊົນ ຫວຽດນາມ ຢູ່ 35 ປະເທດ ແລະ ເຂດແຄວ້ນໃນໂລກຢ່າງເປັນປະຈຳ. ບັນດາສະມາຄົມພຸດທະສາສະໜາ, ສູນວັດທະນະທຳສາສະໜາພຸດ ແມ່ນສູນແຫ່ງຄວາມສາມັກຄີ, ຮັກສາສີສັນວັດທະນະທຳຂອງຊາດ ຫວຽດນາມ, ເປັນບ່ອນພົວພັນແລກປ່ຽນ, ແບ່ງປັນຄວາມຮູ້, ບົດຮຽນປະສົບການ, ການຊ່ວຍເຫຼືອເຊິ່ງກັນແລະກັນໃນວົງຄະນະຍາດ, ແນະນຳໂຄສະນາກ່ຽວກັບພາບພົດຂອງປະເທດຊາດ ແລະ ຊາວ ຫວຽດນາມ.

top