ຂ່າວສານ

ໄຂ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ສະ​ພາ​ກາ​ແດງ ຫວຽດ​ນາມ ຄັ້ງ​ທີ XII

ຕອນ​ເຊົ້າ​ວັນ​ທີ 28 ກໍ​ລະ​ກົດ, ຢູ່​ຮ່າ​ໂນ້ຍ, ໄດ້​ດຳ​ເນີນ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ສະ​ພາ​ກາ​ແດງ ຫວຽດ​ນາມ ຊຸດ​ທີ XII, ສະ​ໄໝ 2026 – 2031. ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ໃຫຍ່ ມີ​ຜູ້​ແທນ​ດີ​ເດັ່ນ​ກວ່າ 500 ຄົນ ທີ່​ເປັນ​ຕົວ​ແທນ​ໃຫ້ພະ​ນັກ​ງານ, ສະ​ມາ​ຊິກ​ສະ​ພາ​ກາ​ແດງ, ຜູ້​ອາ​ສາ​ສະ​ໝັກ, ຊາວ​ໜຸ່ມ​ເຍົາ​ວະ​ຊົນ ກາ​ແດງ ໃນ​ທົ່ວ​ປະ​ເທດກວ່າ 5,6 ຄົນ ພ້ອມ​ດ້ວຍ​ບັນ​ດາ​ການ​ນຳພັກ, ລັດ, ແນວ​ໂຮມ​ປະ​ເທດຊາດ ຫວຽດ​ນາມ, ບັນ​ດາ​ຄະ​ນະ, ກະ​ຊວງ, ຂະ​ແໜງ​ການ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ.

ຫົວ​ຂໍ້ຫຼັກ​​ຂອງກອງ​ປະ​ຊຸມ​ໃຫຍ່​ຊຸດ​ທີ XII ແມ່ນ: “ເສີມ​ຂະ​ຫຍາຍ​ບົດ​ບາດ​ແກ່ນ​ສານ​ໃນ​ວຽກ​ງານ​ມະ​ນຸດ​ສະ​ທຳ; ປ່ຽນ​ແປງ​ໃໝ່, ຫັນ​ເປັນ​ດີ​ຈີ​ຕອນ, ເຊື່ອມ​ຕໍ່​ແຫຼ່ງ​ກຳ​ລັງ; ສ້າງ​ສະ​ພາ​ໃຫ້​ໝັ້ນ​ຄົງເຂັ້ມ​ແຂງ, ​ປະ​ຊາ​ຄົມ​ປອດ​ໄພ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ”.ທີ່​ກອງ​ປະ​ຊຸມ, ກອງ​ປະ​

ຊຸມ​ໃຫຍ່​ໄດ້​ເຊີດ​ຊູທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ໃຫ້​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ກິດ​ຕິ​ມະ​ສັກ ສະ​ພາ​ກາ​ແດງ ຫວຽດ​ນາມ

ກ່າວ​ຄຳ​ເຫັນ​ຊີ້​ນຳ​ທີ່ກອງ​ປະ​ຊຸມໃຫຍ່, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ວຽກ​ງານ​ມະ​ນຸດ​ສະ​ທຳ​ບໍ່​​ອາດ​ຢຸດ​ຢູ່ໃນ​ການ​ໜູນ​ຊ່ວຍ​ເມື່ອ​ເກີດ​ໄພ​ທຳ​ມະ​ຊາດ, ໂລກ​ລະ​ບາດ, ອັກ​ຄິ​ໄພ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ກາຍ​ເປັນ​ພາກ​ສ່ວນ​ຂອງ​ຍຸດ​ທະ​ສາດ​ພັດ​ທະ​ນາ​ມະ​ນຸດ, ຮັບ​ປະ​ກັນ​ການ​ໜູນ​ຊ່ວຍ​ສັງ​ຄົມ, ຄຸ້ມ​ຄອງ​ຄວາມ​ສ່ຽງ ແລະ ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ສ້າງ​ຄວາ​ມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ຂອງ​ປະ​ຊາ​ຄົມ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ຮຽກ​ຮ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດຫຼັກ​ແຫຼ່ງ, ເປັນ​ຂົວ​ເຊື່ອມ​ຕໍ່ ແລະ ການ​ປະ​ສານ​ສົມ​ທົບ​ຂອງ​ສະ​ມ​າ​ຄົມ​ໃນ​ການ​ເຄື່ອນ​ໄຫວ​ມະ​ນຸດ​ສະ​ທຳ.

ປ່ຽນ​ແປງ​ໃໝ່​ການ​ຄຸ້ມ​ຄອງ​ມະ​ນຸດ​ສະ​ທຳ, ລະ​ດົມ ແລະ ນຳ​ໃຊ້​ທຸກ​ແຫຼ່ງ​ກຳ​ລັງ​ສັງ​ຄົມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ຄ​ວາມ​ເຊື່ອ​ໝັ້ນ​ແມ່ນ​ແຫຼ່ງ​ກຳ​ລັງ​ອັນ​ລ້ຳ​ຄ່າ​ຂອງ​ການ​ເຄື່ອນ​ໄຫວ​ມະ​ນຸດ​ສະ​ທຳ. ເພາະ​ສະ​ນັ້ນ, ສະ​ພາ​ຕ້ອງ​ຖື​ຄວາມ​ເປີດ​ເຜີຍ, ໂປ່ງ​ໃສ, ສັດ​ຊື່​ບໍ​ລິ​ສຸດ ແລະ ຄວາມ​ຮັດ​ຜິດ​ຊອ​ບ​ໃນ​ການ​ອະ​ທິ​ດ​ບາຍ​ຢູ່​ທີ່​ຕັ້ງ​ໃຈ​ກາງ. ທຸກ​ການ​ປະ​ກອບ​ຕ້ອງ​ໄດ້​ຕ້ອນ​ຮັບ, ຄວບ​ຄຸມ, ແຈກ​ຢາຍ​ຖືກ​ເປົ້າ​ໝາຍ, ຜູ້​ປະ​ກອບ​ມີ​ສິດ​ໄດ້​ຮູ້​ວ່າ​ແຫຼ່ງ​ກຳ​ລັງ​ໄດ້​ນຳ​ໃຊ້​ຢູ່​ໃສ, ໃຫ້​ຜູ້​ໃດ ແລະ ນຳ​ມາ​ເຊິ່ງ​ໝາກ​ຜົນ​ຫຍັງ; ຜູ້​ໜູນ​ຊ່ວຍ​ມີ​ສິດສ່ອງ​ແສງ​ຄືນ​ກ່ຽວ​ກັບ​ລັກ​ສະ​ນະ​ເໝາະ​ສົມ, ຄວາມ​ຍຸ​ຕິ​ທຳ ແລະ ທັນ​ການ​ຂອງ​ການ​ໜູນ​ຊ່ວຍ.

  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມກ່າວ​ຄຳ​ເຫັນ​ຊີ້​ນຳ​ທີ່ກອງ​ປະ​ຊຸມໃຫຍ່. (ພາບ: VNA)  

ໃນ​ສະ​ໄໝ 2026 – 2031, ສະ​ພາ​ກາ​ແດງ​ໄດ້​ວາງ​ອອກ​ບາງ​ຄາດ​ໝາຍ​ຕົ້ນ​ຕໍ, ພົ້ນ​ເດັ່ນ, ເຊັ່ນ: ສູ້​ຊົນ​ລະ​ດົມ​ຈຳ​ນວນ​ເງິນ​ແຕ່ 25.000 ຕື້​ດົ່ງຂຶ້ນ​ໄປ (ເກືອບ 1 ຕື້ USD), ຊ່ວຍ​ເຫຼືອໃຫ້ກວ່າ 60 ລ້ານ​ເທື່ອ​ຄົນ; 100% ສະ​ພາ​ກາ​ແດງ​ຂັ້ນ​ແຂວງ, ຕາ​ແສງນຳ​ໃຊ້​ພື້ນ​ຖານ​ດີ​ຈີ​ຕອນ​ທີ່​ເປັນ​ເອ​ກະ​ພາບ; 100% ກິດ​ຈະ​ກຳ​ຮັບ, ຄຸ້ມ​ຄອງ, ຈັດ​ແບ່ງ​ແຫຼ່ງ​ກໍ​າ​ລັງ​ໄດ້​ຮັບ​ການ​ຫັນ​ເປັນ​ດີ​ຈ​ີ​ຕອນ, ເປີດ​ເຜີຍ, ຈະ​ແຈ້ງ;…. ພິ​ເສດ, ສະ​ພາ​ກາ​ແດງຊຸດ​ທີ XII ນີ້​ຈະ​ສຸມ​ໃສ່​ຜັນ​ຂະ​ຫຍາຍ 3 ຂອດ​ບຸກ​ທະ​ລຸ: ຫັນ​ເປັນ​ດີ​ຈີ​ຕອນ​ຢ່າງ​ຮອບ​ດ້ານ; ຫັນ​ທີ່​ຢູ່​ມະ​ນຸດ​ສະ​ທຳ​ເປັນ​ດີ​ຈີ​ຕອນ, ໂປ່ງ​ໃສ​ສ້າງ​ຄວາມ​ເຊື່ອ​ໝັ້ນ, ​ເຊື່ອມ​ຕໍ່​ວົງ​ຄະ​ນະ​ຍາດ; ສ້າງ​ລະ​ບົບ​ນິ​ເວດ​ມະ​ນຸດ​ສະ​ທຳ​ສີ​ຂຽວ - ປ່ຽນ​ແປງ​ໃໝ່​ແບບ​ວິ​ທີ; ຊຸກ​ຍູ້​ວິ​ທີ​ຫາ​ເງິນ​ລ້ຽງ​ຊີບ​ໃຫ້​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ພັດ​ທະ​ນາ​ແບບ​ຍືນ​ຍົງ; ສ້າງ​ກຳ​ລັງ​ອາ​ສາ​ສະ​ໝັກ​ເປັນ​ມື​ອາ​ຊີບ, ເປັນ​ເຈົ້າ​ການ, ​ພ້ອມ​ແລ້ວ​ທີ່​ຈະຮັບ​ມື​ຢ່າງວ່ອງ​ໄວ​ຢູ່​ກັບ​ບ່ອນ.


top