ຂ່າວສານ

ໄຂ​ກອງ​ປະ​ຊຸມ​ເທື່ອ​ທີ 5 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 4 ເມສາ, ກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູກກາງພັກຊຸດທີ XIII ໄດ້ໄຂຂຶ້ນຢ່າງສົມກຽດຢູ່ນະຄອນຫຼວງ ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເປັນປະທານ ແລະ ກ່າວຄຳເຫັນທີ່ກອງປະຊຸມ. ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ບໍລິຫານວາລະໄຂກອງປະຊຸມ.

ຕອນເຊົ້າວັນທີ 4 ເມສາ, ກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູກກາງພັກຊຸດທີ XIII ໄດ້ໄຂຂຶ້ນຢ່າງສົມກຽດຢູ່ນະຄອນຫຼວງ ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເປັນປະທານ ແລະ ກ່າວຄຳເຫັນທີ່ກອງປະຊຸມ. ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ບໍລິຫານວາລະໄຂກອງປະຊຸມ.

    

ພິທີໄຂກອງປະຊຸມເທື່ອທີ 5 ຄະນະບໍລິຫານງານສູນກາງພັກຊຸດທີ XIII (ພາບ: TTXVN)

ທີ່ກອງປະຊຸມ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ໄດ້ສຸມໃສ່ປຶກສາຫາລື, ປະກອບຄຳເຫັນ ແລະ ຕົກລົງກ່ຽວກັບບັນດາເນື້ອໃນຄື: ສະຫຼຸບ 10 ປີແຫ່ງວັນປະຕິບັດມະຕິກອງປະຊຸມໃຫຍ່ສູນກາງພັກເທື່ອທີ 6 ຊຸດທີ XI ກ່ຽວກັບເລື່ອງ ສືບຕໍ່ປ່ຽນແປງໃໝ່ນະໂຍບາຍ, ກົດໝາຍວ່າດ້ວຍທີ່ດິນໃນສະໄໝຍູ້ແຮງກິດຈະການປ່ຽນແປງໃໝ່ຢ່າງຮອບດ້ານ; ສະຫຼຸບ 15 ປີ ແຫ່ງວັນປະຕິບັດມະຕິກອງປະຊຸມເທື່ອທີ 7 ສູນກາງພັກຊຸດທີ X ກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດ; ສະຫຼຸບ 20ປີ ແຫ່ງວັນປະຕິບັດມະຕິກອງປະຊຸມໃຫຍ່ເທື່ອທີ 5 ສູນກາງພັກຊຸດທີ IX ກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ພັດທະນາ ແລະ ຍົກສູງປະສິດທິຜົນເສດຖະກິດລວມໝູ່; ແຜນຮ່າງສ້າງອົງການຈັດຕັ້ງພັກຂັ້ນຮາກຖານ ແລະ ສະມາຊິກພັກ; ແຜນຮ່າງສ້າງຕັ້ງຄະນະຊີ້ນຳຂັ້ນແຂວງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ແລະ ບາງບັນຫາສຳຄັນອື່ນ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ຮຽກຮ້ອງວ່າ:

“ຂ້າພະເຈົ້າສະເໜີໃຫ້ສູນກາງພັກ ແລະ ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຈົ່ງ ເລີ່ມປະຕິບັດຈາກພຶດຕິກຳຕົວຈິງ, ປຶກສາຫາລື, ຕີລາຄາຢ່າງພາວະວິໄສ, ມີວິທະຍາສາດກ່ຽວກັບໝາກຜົນ, ຜົນງານທີ່ບັນລຸໄດ້; ພ້ອມທັງວິເຄາະຂໍ້ຈຳກັດ, ອ່ອນດ້ອຍທີ່ຍັງຕົກຄ້າງ ແລະ ສາຍເຫດ ຢ່າງເລິກເຊິ່ງ. ຕໍ່ຈາກນັ້ນ, ຕິດແທດກັບມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ສະພາບການຕົວຈິງຂອງປະເທດຊາດ, ສຸມໃສ່ປຶກສາຫາລືເຮັດແຈ້ງ, ສ້າງຄວາມເຫັນດີເປັນເອກະພາບຢ່າງສູງກ່ຽວກັບເປົ້າໝາຍ, ທັດສະນະ ແລະ ແນວຄິດຊີ້ນຳ ແລະ ໜ້າທີ່, ມາດຕະການໃຫຍ່ທີ່ຕ້ອງຊາບຊຶມ ແລະ ຜັນຂະຫຍາຍປະຕິບັດເພື່ອໃຫ້ເສດຖະກິດລວມໝູ່ມືນັບມື້ນັບພັດທະນາກວ່າ, ກາຍເປັນພາກສ່ວນເສດຖະກິດທີ່ສຳຄັນຂອງພື້ນຖານຕະຫຼາດກຳນົດທິດສັງຄົມນິຍົມ ຢູ່ ຫວຽດນາມ”.

ຕາມລາຍການແລ້ວ, ກອງປະຊຸມດັ່ງກ່າວຈະເຮັດວຽກຮອດວັນທີ 10 ພຶດສະມາ ຈຶ່ງອັດລົງ.

(ແຫຼ່ງຄັດຈາກ VOV)


top