ຂ່າວສານ

ໄຂ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 5, ສະ​ພາ​ແຫ່ງ​ຊາດ​ ຫວຽດ​ນາມ ຊຸດ​ທີ XV

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເນັ້ນໜັກວ່າ ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ແມ່ນກອງປະຊຸມທີ່ມີຄວາມໝາຍສຳຄັນ ນັບທັງກ່ຽວກັບວຽກງານສ້າງກົດໝາຍ, ຕິດຕາມກວດກາສູງສຸດ ແລະ ຕັດສິນຫຼາຍບັນຫາສຳຄັນຂອງປະເທດຊາດ
  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນໄຂກອງປະຊຸມ   

ຕອນເຊົ້າວັນທີ 22 ພຶດສະພາ, ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ໄຂຂຶ້ນຢ່າງສົມກຽດຢູ່ຫໍສະພາແຫ່ງຊາດ, ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ. ເຂົ້າຮ່ວມພິທີໄຂ ມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ອະດີດການນຳພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ພ້ອມດ້ວຍສະມາຊິກສະພາແຫ່ງຊາດ ທີ່ມາຈາກ 63 ແຂວງ, ນະຄອນ, ບັນດາທ່ານເອກອັກຄະລັດຖະທູດ, ອຸປະທູດ, ຫົວໜ້າຄະນະຕາງໜ້າບັນດາອົງການຈັດຕັ້ງສາກົນ ປະຈຳ ຮ່າໂນ້ຍ. ວາລະໄຂກອງປະຊຸມດັ່ງກ່າວ ໄດ້ຖ່າຍທອດສົດຜ່ານທາງວິທະຍຸ ແລະ ໂທລະພາບ ໄປສູ່ຜູ້ມີສິດເລືອກຕັ້ງ ແລະ ພໍ່ແມ່ປະຊາຊົນໃນທົ່ວປະເທດ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເນັ້ນໜັກວ່າ ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ແມ່ນກອງປະຊຸມທີ່ມີຄວາມໝາຍສຳຄັນ ນັບທັງກ່ຽວກັບວຽກງານສ້າງກົດໝາຍ, ຕິດຕາມກວດກາສູງສຸດ ແລະ ຕັດສິນຫຼາຍບັນຫາສຳຄັນຂອງປະເທດຊາດ. ກອງປະຊຸມດັ່ງກ່າວໄດ້ແບ່ງເປັນ 2 ວາລະ, ໂດຍໂຮມປະຊຸມຢູ່ຫໍສະພາແຫ່ງຊາດ: ວາລະທີ 1 ແຕ່ວັນທີ 22 ພຶດສະພາ - 10 ມິຖຸນາ; ວາລະທີ 2 ແຕ່ວັນທີ 19 ມິຖຸນາ ຫາວັນທີ 24 ມິຖຸນາ.  ໃນ 23 ວັນເຮັດວຽກຕາມແຜນການ, ສະພາແຫ່ງຊາດຈະພິຈາລະນາ, ຕັດສິນຫຼາຍເນື້ອໃນສຳຄັນ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ສະເໜີວ່າ:

ດ້ວຍຈຳນວນທີ່ມີເຖິງ 20 ໂຄງການ, ຮ່າວກົດໝາຍ, ກົດໝາຍ ທີ່ຈະນຳມາປຶກສາຫາລື, ປະກອບຄຳເຫັນ, ຮັບຮອງເອົາໃນກອງປະຊຸມຄັ້ງນີ້, ໃນນັ້ນ ມີຫຼາຍໂຄງການ, ຮ່າງກົດໝາຍມີເນື້ອໃນສັບສົນ, ສົ່ງຜົນກະທົບໃນວົງກວ້າງ ແລະ ສົ່ງຜົນສະທ້ອນໂດຍກົງເຖິງສິດ, ພັນທະ, ຜົນປະໂຫຍດຂອງປະຊາຊົນ ແລະ ວິສາຫະກິດສ່ວນໃຫຍ່, ສະເໜີໃຫ້ບັນດາສະມາຊິກສະພາແຫ່ງຊາດ ຈົ່ງຕັ້ງໃຈຄົ້ນຄວ້າ, ປຶກສາຫາລືຢ່າງລະອຽດຖີ່ຖ້ວນ, ຕີລາຄາບັນດາໂຄງການ, ຮ່າງກົດໝາຍຢ່າງຄົບຊຸດ ແລະ ສອດຄ່ອງກັບລັດຖະທຳມະນູນ ແລະ ແນວທາງ, ແຜນນະໂຍບາຍຂອງພັກ, ພິຈາລະນາຢ່າງລະມັດລະວັງກ່ຽວກັບຄວາມເໝາະສົມ, ຄວາມເປັນໄປໄດ້ ແລະ ຜົນກະທົບຂອງບັນດານະໂນບາຍໃໝ່ທີ່ໄດ້ສະເໜີມາ. ພ້ອມດຽວກັນນັ້ນ, ກໍ່ເອົາໃຈໃສ່ເປັນພິເສດເຖິງການຮັບປະກັນລັກສະນະເປີດເຜີຍ, ຈະແຈ້ງ, ເຂັ້ມງວດ, ບໍ່ສ້າງຊ່ອງຫວ່າງແກ່ການກະທຳຫຍໍ້ທໍ້, ສໍ້ລາດບັງຫຼວງ, ຜົນປະໂຫຍດເປັນກຸ່ມ, ຜົນປະໂຫຍດສ່ວນລວມ… ປະກອບສ່ວນສ້າງລະບອບການພັດທະນາໃຫ້ສົມບູນແບບ, ຊຸກຍູ້, ສ້າງກຳລັງໜູນໃໝ່, ເປີດເສັ້ນທາງໃຫ້ແກ່ນະວັດຕະກຳ, ພັດທະນາແບບຍືນຍົງ.”

  ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV (ພາບ: VOV)  

 ຫຼັງຈາກນັ້ນ, ໂດຍໄດ້ຮັບການມອບສິດຈາກທ່ານນາຍົກລັດຖະມົນຕີ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໄດ້ສະເໜີບົດລາຍງານຕີລາຄາໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2022; ສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງຊາດ ຊຸມເດືອນຕົ້ນປີ 2023.


top