ຂ່າວສານ

ໄຂ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫ່​ຍ​ການ​ແພດ​ໂລກ​ຄັ້ງ​ທີ 76

ກອງປະຊຸມສະມັດຊາໃຫ່ຍການແພດໂລກ (WHA) ຄັ້ງທີ 76 ໄດ້ໄຂຂຶ້ນໃນວັນທີ 21 ພຶດສະພາຢູ່ນະຄອນ ເຊີແນວ ປະເທດ ສະວິດ ດ້ວຍໂຄງການດຳເນີນງານສຳຄັນແມ່ນ “ກູ້ເອົາຊີວິດ, ຍົກສູງສຸຂະພາບໃຫ້ທຸກຄົນ”.  
   (ພາບ: Twitter)  
ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ WHA ຄັ້ງທີ 76, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫ່ຍ ອົງການອະນາໄມໂລກ (WHO) ເນັ້ນໜັກວ່າ WHO ຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍອັນສັບສົນ. ບັນດາປະເທດສະມາຊິກຂອງ WHO ໄດ້ເລີ່ມເຈລະຈາກ່ຽວກັບຂໍ້ຕົກລົງສາກົນສະບັບໜຶ່ງ ເພື່ອແນໃສ່ຮັບປະກັນໃຫ້ໂລກ ໄດ້ປະກອບດີກ່ວາ ເພື່ອສະກັດກັ້ນ ຫຼືຮັບມືກັບໂລກລະບາດອື່ນໃນອະນາຄົດຢ່າງມີປະສິດທິຜົນກ່ວາ. ທ່ານ Tedros Adhanom Ghebreyesus ຖືວ່າ ນັນຕ້ອງແມ່ນຂໍ້ຕົກລົງປະຫວັດສາດ ເປັນຂີດໝາຍແຫ່ງການປ່ຽນແປງໃໝ່ຢ່າງແຮງ ໃນວິທີສຳຜັດກັບຄວາມໝັ້ນຄົງດ້ານການແພດທົ່ວໂລກ ພາຍຫຼັງວິກິດການ ໂຄວິດ 19. ປະຈຸບັນ, ວິວັດການເຈລະຈາຂໍ້ຕົກລົງນີ້ ຍັງຢູ່ໃນໄລຍະເບື້ອງຕົ້ນ ແຕ່ເປົ້າໝາຍແມ່ນບັນລຸໄດ້ໝາກຜົນ ໃນຈຸດເວລາຈັດກອງປະຊຸມຂອງ WHA ຄັ້ງຕໍ່ໄປໃນປີ 2024.

top