ຕອນບ່າຍວັນທີ 9 ກັນຍາ, ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 80 (UNGA – 80) ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ສຳນັກງານ ສປຊ ຕັ້ງຢູ່ນະຄອນ ນິວຢອກ, ອາເມລິກາ.
ກອງປະຊຸມສະມັດຊາໃຫຍ່ ສປຊ (ພາບ: TTXVN)
ທ່ານນາງ Annalena Baerbock ລັດຖະມົນຕີການຕ່າງປະເທດ ເຢຍລະມັນ ໄດ້ສາບານຕົວຮັບດຳລົງຕຳແໜ່ງເປັນປະທານສະມັດຊາໃຫຍ່ ສປຊ ຊຸດທີ 80 ຄົນໃໝ່, ຜ່ານນັ້ນ ກໍ່ກາຍເປັນໜຶ່ງໃນບັນດາປະທານຜູ້ມີອາຍຸໜຸ່ມສຸດ (44 ປີ) ທີ່ຮັບດຳລົງຕຳແໜ່ງດັ່ງກ່າວ.
UNGA-80 ຈະເຄື່ອນໄຫວເຖິງວັນທີ 8 ກັນຍາ 2026 (ຊຸດໜຶ່ງດຳເນີນໃນເວລາ 1 ປີ) ດ້ວຍຫົວຂໍ້ລຸລ່ວງແມ່ນ “ຜູກພັນກັນເພື່ອພ້ອມກັນດີຂຶ້ນ” ແນໃສ່ຊຸກຍູ້ນ້ຳໃຈສາມັກຄີສາກົນ, ຊຸກຍູ້ລັດທິຫຼາຍຝ່າຍ, ສັນຕິພາບ, ຄວາມໝັ້ນຄົງ, ການພັດທະນາ ແລະ ສິດທິມະນຸດ.
ກິດຈະກຳຈຸດສຸມຂອງ UNGA-80 ແມ່ນສັບປະດາຂັ້ນສູງ ເຊິ່ງຈະດຳເນີນແຕ່ວັນທີ 22 – 30 ກັນຍາ ດ້ວຍການເຂົ້າຮ່ວມຂອງປະມຸກລັດຫຼາຍປະເທດ, ຜູ້ນຳໜ້າລັດຖະບານ ແລະ ເຈົ້າໜ້າທີ່ຂັ້ນສູງຂອງທັງໝົດ 193 ປະເທດສະມາຊິກ ສປຊ.