ຂ່າວສານ

ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ​ຄັ້ງ​ທີ 16 ຢູ່​ກຳ​ປູ​ເຈຍ

ທີ່ກອງປະຊຸມ, ທ່ານຟານວັນຢາງໃຫ້ຮູ້ວ່າ ຫວຽດນາມ ສະໜັບສະໜູນກຳປູເຈຍ ປະຕິບັດໃຫ້ສຳເລັດໜ້າທີ່ສຳຄັນໃນຖານະເປັນປະທານອາຊຽນ ແລະ ຈັດຕັ້ງກອງປະຊຸມ ADMM ແລະ ADMM+ ໃຫ້ປະສົບຜົນສຳເລັດ.
  ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ (ADMM) ຄັ້ງທີ 16 (ພາບ: TTXVN)   

ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ (ADMM) ຄັ້ງທີ 16 ດ້ວຍຫົວຂໍ້ “ສາມັກຄີເພື່ອພື້ນຖານຄວາມໝັ້ນຄົງຢ່າງກົມກຽວ” ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 22 ມິຖຸນາຢູ່ນະຄອນຫຼວງ Phnom Penh (ປະເທດ ກຳປູເຈຍ). ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ໂດຍທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມເປັນຫົວໜ້າຄະນະ, ເຂົ້າຮ່ວມກອງປະຊຸມ.

ທີ່ກອງປະຊຸມ, ທ່ານຟານວັນຢາງໃຫ້ຮູ້ວ່າ ຫວຽດນາມ ສະໜັບສະໜູນກຳປູເຈຍ ປະຕິບັດໃຫ້ສຳເລັດໜ້າທີ່ສຳຄັນໃນຖານະເປັນປະທານອາຊຽນ ແລະ ຈັດຕັ້ງກອງປະຊຸມ ADMM ແລະ ADMM+ ໃຫ້ປະສົບຜົນສຳເລັດ. ທ່ານ ຟານວັນຢາງ ໄດ້ເນັ້ນໜັ້ກວ່າ ການຈັດຕັ້ງ ສອງກອງປະຊຸມນີ້ ຢ່າງສຳເລັດຜົນເປັນການສະແດງໃຫ້ເຫັນຄວາມສາມັກຄີ ແລະ ຄວາມເປັນເອກະພາບໃນອາຊຽນ.

ຢູ່ນອກ ADMM ຄັ້ງທີ 16, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ລາວ, ກຳປູເຈຍ ໄດ້ແລກປ່ຽນກ່ຽວກັບມາດຕະການປັບປຸງຄວາມສາມັກຄີສະໜິດຕິດພັນ, ຮັກສາ, ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສາມປະເທດເວົ້າລວມ ແລະ ໃນການຮ່ວມມື ດ້ານປ້ອງກັນຊາດເວົ້າສະເພາະ.


top