ຂ່າວສານ

ໄຂ​ກອງ​ປະ​ຊຸມກອງ​ບັນ​ຊາ​ການ​ທະ​ຫານ​ບົກ​ບັນ​ດາ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 23

ວັນທີ 10 ພະຈິກ, ກອງປະຊຸມກອງບັນຊາການທະຫານບົກບັນດາປະເທດ ອາຊຽນ ຄັ້ງທີ 23 (ACAMM – 23) ດ້ວຍຫົວຂໍ້: “ທະຫານບົກ ອາຊຽນ ຮ່ວມມືຮ່ວມສຳພັນເພື່ອສັນຕິພາບ” ຖືກໄຂຂຶ້ນຢູ່ຮ່າໂນ້ຍ.
  ທ່ານ ພົນໂທ ຫງວຽນເຕິນເກືອງ ກ່າວຄຳເຫັນທີ່ກອງປະຊຸມ   

ກອງປະຊຸມປີນີ້ ໄດ້ສຸມໃສ່ແລກປ່ຽນ, ປຶກສາຫາລືກ່ຽວກັບບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ສະເໜີຂໍ້ລິເລີ່ມຕ່າງໆເພື່ອແນໃສ່ເພີ່ມທະວີ, ຊຸກຍູ້ການຮ່ວມມືຂອງທະຫານບົກບັນດາປະເທດໃນ ອາຊຽນ, ພ້ອມກັນຮ່ວມແຮງຮ່ວມໃຈຮັບມືກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງລວມ, ໂດຍສະເພາະແມ່ນບັນດາສິ່ງທ້າທາຍແບບໃໝ່, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ກໍຄືຂອງໂລກ. ໃນກອງປະຊຸມ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບໂດຍຖືວ່າ: ເພື່ອຍົກສູງປະສິດທິຜົນການຮ່ວມມືໃນໄລຍະຈະມາເຖິງ, ທະຫານບົກບັນດາປະເທດ ອາຊຽນ ຄວນເພີ່ມທະວີຄວາມສາມັກຄີພາຍໃນກຸ່ມ, ແບ່ງປັນຂໍ້ມູນຂ່າວສານ, ຍູ້ແຮງການເຄື່ອນໄຫວລວມ ເພື່ອແບ່ງປັນແນວຄວາມຄິດ, ບົດຮຽນປະສົບການ, ວິຊາສະເພາະ ແລະ ແຫຼ່ງກຳລັງ ເພື່ອສ້າງຄວາມເປັນເອກະພາບ, ຄວາມເຫັນດີເຫັນພ້ອມໃນ ອາຊຽນ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງບັນດາປະເທດສະມາຊິກ ອາຊຽນ ແນໃສ່ຫັນ ວິໄສທັດປະຊາຄົມ ອາຊຽນ 2025 ແລະ ຊຸມປີຕໍ່ໄປໃຫ້ປະກົດຜົນເປັນຈິງ.

ສິ້ນສຸດກອງປະຊຸມ, ຫວຽດນາມ ໄດ້ມອບບົດບາດປະທານ ກອງປະຊຸມກອງບັນຊາການທະຫານບົກບັນດາປະເທດ ອາຊຽນ ໃຫ້ແກ່ ໄທ.


top