ຂ່າວສານ

ໄຂເຫດການໂຄສະນາເຜີຍແຜ່ສິນຄ້າຂອງ ລາວ ທີ່ມີຂອບຂະໜາດໃຫຍ່ສຸດຢູ່ ຫວຽດນາມ

      ນີ້ແມ່ນບັນດາປະເພດຜະລິດຕະພັນກະເສດຕົ້ນຕໍຂອງ ລາວ ໄດ້ຜະລິດຕາມວິທີອົງຄະທາດຄື: ຊີ້ນງົວແຫ້ງ, ເຂົ້າສານ, ຊາ, ກາເຟ, ສະໜຸນໄພ, ຜັກໝາກໄມ້

ສັບປະດາຜະລິດຕະພັນວິສາຫະກິດ ລາວ
      ຕອນຄ່ຳວັນທີ 24 ມັງກອນ, ທີ່ນະຄອນ ໂຮ່ຈີມິນ, ໄດ້ໄຂ “ສັບປະດາຜະລິດຕະພັນວິສາຫະກິດ ລາວ”. ຈະດຳເນີນຮອດວັນທີ 28 ມັງກອນ, ທີ່ສັບປະດາຜະລິດຕະພັນວິສາຫະກິດ ລາວ, ບັນດາວິສາຫະກິດຂອງ ລາວ ແລະ ວິສາຫະກິດ ຫວຽດນາມ ພວມລົງທຶນຢູ່ ລາວ ໄດ້ແນະນຳເຖິງບັນດາຄູ່ຮ່ວມມື ແລະ ຜູ້ບໍລິໂພກອຸປະໂພກບັນດາປະເພດສິນຄ້າທີ່ເປັນເອກະລັກສະເພາະຂອງ ລາວ. ນີ້ແມ່ນບັນດາປະເພດຜະລິດຕະພັນກະເສດຕົ້ນຕໍຂອງ ລາວ ໄດ້ຜະລິດຕາມວິທີອົງຄະທາດຄື: ຊີ້ນງົວແຫ້ງ, ເຂົ້າສານ, ຊາ, ກາເຟ, ສະໜຸນໄພ, ຜັກໝາກໄມ້…
        ໃນຂອບເຂດບັນດາການເຄື່ອນໄຫວຂອງສັບປະດານີ້, ສະຖານກົງສູນໃຫຍ່ ລາວ ກໍ່ແນະນຳໃຫ້ແຂກທ່ອງທ່ຽວ ແລະ ປະຊາຊົນນະຄອນ ໂຮ່ຈີມິນ ບັນດາລາຍການສະແດງສິລະປະຟ້ອນລຳທຳເພງທີ່ເປັນມູນເຊື້ອ, ວັດທະນະທຳການກິນດື່ມຂອງ ລາວ ແລະ ຮຽກຮ້ອງການລົງທຶນເຂົ້າເຂດເສດຖະກິດພິເສດ Savan Seno ຢູ່ແຂວງ ສະຫວັນນະເຂດ.

ບັນດາປະເພດຜະລິດຂອງ ລາວ

 (ແຫຼ່ງຄັດຈາກ VOV)

top