ຂ່າວສານ

ໄຂວາ​ລະ​ປະ​ຊຸມ​ເທື່ອ​​ທີ 17 ຂອງ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV

ວາລະປະຊຸມເທື່ອທີ 17 ຂອງ ຄະນະປະຈຳສະພາແຫ່ງຊາດຊຸດທີ XV ຖືກໄຂຂຶ້ນໃນຕອນເຊົ້າວັນທີ 28 ພະຈິກ ຢູ່ຮ່າໂນ້ຍ.

ວາລະປະຊຸມເທື່ອທີ 17 ຂອງ ຄະນະປະຈຳສະພາແຫ່ງຊາດຊຸດທີ XV ຖືກໄຂຂຶ້ນໃນຕອນເຊົ້າວັນທີ 28 ພະຈິກ ຢູ່ຮ່າໂນ້ຍ. 

  ວາລະປະຊຸມເທື່ອທີ 17 ຂອງ ຄະນະປະຈຳສະພາແຫ່ງຊາດຊຸດທີ XV  

ໃນວາລະປະຊຸມທີ່ດຳເນີນໃນວັນທີ 28 ພະຈິກ ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາກ່ຽວກັບການຈັດແບ່ງເງິນລົງທຶນພັດທະນາຈາກແຫຼ່ງງົບປະມານສູນກາງ ໄລຍະ 2021 – 2025 ທີ່ຍັງເຫຼືອຂອງ 3 ໂຄງການເປົ້າໝາຍແຫ່ງຊາດ ແລະ ການເພີ່ມເຕີມເງິນທຶນຈາກຕ່າງປະເທດໃຫ້ແກ່ໂຄງການເປົ້າໝາຍແຫ່ງຊາດພັດທະນາຊົນນະບົດໃໝ່ໄລຍະ 2021 – 2025; ການດັດປັບແຜນກູ້ຢືມທຶນປີ 2022 ຂອງທ້ອງຖິ່ນຕ່າງໆ. ຄະນະປະຈຳສະພາແຫ່ງຊາດ ກໍປະກອບຄຳເຫັນຕໍ່ການສະຫຼຸບກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ແລະ ວຽກງານກະກຽມກອງປະຊຸມວິສາມັນຄັ້ງທີ 2 - ກອງປະຊຸມເທື່ອທີ 5 ຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ XV.

ກໍໃນກອງປະຊຸມນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ການລົງນາມໃນຂໍ້ຕົກລົງລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ອາເມລິກາ ກ່ຽວກັບເງື່ອນໄຂບູລະນະ, ກໍ່ສ້າງ ແລະ ສ້ອມແປງຕຶກອາຄານຕ່າງໆທີ່ກ່ຽວຂ້ອງເຖິງອົງການການທູດ ແລະ ສະຖານກົງສູນຂອງສອງຝ່າຍ.

 


top