ຂ່າວສານ

ໄຂວາ​ລະ​ກອງ​ປະ​ຊຸມຄັ້ງ​ທີ 40 ຄະ​ນະປະ​ຈຳ​ ​ສະ​ພາ​ແຫ່ງ​ຊາດ

ກອງປະຊຸມຄັ້ງທີ 40 ຄະນະປະຈຳສະພາແຫ່ງຊາດໄດ້ໄຂຂຶ້ນຢູ່ຫໍສະພາແຫ່ງຊາດ ໃນຕອນເຊົ້າວັນທີ 17 ທັນວາ. 

ກອງປະຊຸມຄັ້ງທີ 40 ຄະນະປະຈຳ ສະພາແຫ່ງຊາດ (ພາບ: Quochoi.vn)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ ທີ່ກອງປະຊຸມນີ້ິ້, ຄະນະປະຈຳສະພາແຫ່ງຊາດໄດ້ສະຫຼຸບກອງປະຊຸມຄັ້ງທີ 8 ແລະ ປະກອບຄຳຄິດເຫັນເບື້ອງຕົ້ນກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 9 ຂອງສະພາແຫ່ງຊາດ, ປະກອບຄຳຄິດເຫັນກ່ຽວກັບແຜນນະໂຍບາຍສ້າງ ຍຸດທະສາດພັດທະນາ ອົງການກວດສອບແຫ່ງລັດ ໄລຍະປີ 2020 – 2030 ແລະ ວິໄສທັດຮອດປີ 2035. ຄະນະປະຈຳ ສະພາແຫ່ງຊາດ ໄດ້ຕີລາຄາໝາກຜົນຂອງການປະຕິບັດໂຄງການເຄື່ອນໄຫວການຕ່າງປະເທດ ປີ 2020 ຂອງຄະນະປະຈຳ ສະພາແຫ່ງຊາດ ແລະ ຊີ້ນຳ, ດັດປັບໂຄງການການຕ່າງປະເທດ, ການຮ່ວມມືສາກົນຂອງສະພາຊົນເຜົ່າ, ບັນດາກຳມາທິການຂອງສະພາແຫ່ງຊາດ, ບັນດາກຸ່ມສະມາຊິກລັດຖະສະພາມິດຕະພາບ, ບັນດາອົງການຂອງ ກຳມາທິການປະຈຳການສະພາແຫ່ງຊາດ, ຂອງອົງການກວດສອບແຫ່ງລັດ ແລະ ຫ້ອງວ່າການສະພາແຫ່ງຊາດ.
(ແຫຼ່ງຄັດຈາກ VOV)

top