ຂ່າວສານ

ໄຂວາລະປະຊຸມເທື່ອທີ 13 ຄະນະປະຈຳສະພາແຫ່ງຊາດ

      ຕອນເຊົ້າວັນທີ 10 ສິງຫາ, ທີ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ໄຂວາລະປະຊຸມເທື່ອທີ 13.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ
      ເຊິ່ງຈະດຳເນີນແຕ່ວັນທີ 10 – 18 ສິງຫາ, ວາລະປະຊຸມນີ້ ຈະສະຫງວນເວລາສ່ວນຫລາຍໃຫ້ວຽກງານສ້າງກົດໝາຍ. ພ້ອມກັນນັ້ນ, ຄະນະປະຈຳສະພາແຫ່ງຊາດ ກໍ່ດຳເນີນການຕິດຕາມກວດກາຫົວເລື່ອງສະເພາະກ່ຽວກັບບັນດາກິດຈະການຄົມມະນາຄົມຕາມຮູບການ BOT; ດຳເນີນການຊັກຖາມລັດຖະມົນຕີກະຊວງກໍ່ສ້າງ ຟ້າມຮົ່ງຮ່າ ກ່ຽວກັບບັນດາເນື້ອໃນຂຶ້ນກັບຄວາມຮັບຜິດຊອບຄຸ້ມຄອງລັດຂອງຂະແໜງກໍ່ສ້າງ.
 (ແຫຼ່ງຄັດຈາກ VOV)

top