ຂ່າວສານ

ໄຂວັນ​ບຸນ​​ປຶ້ມ ແລະ ວັດ​ທະ​ນະ​ທຳ​ການ​ອ່ານ ຫວຽດ​ນາມ ຄັ້ງ​ທີ 1 ປີ 2022

ພິທີໄຂວັນບຸນປຶ້ມ ແລະ ວັດທະນະທຳການອ່ານ ຫວຽດນາມ ຄັ້ງທີ ໜຶ່ງປີ 2022 ດ້ວຍຫົວຂໍ້ “ສ້າງວັດທະນະທຳໃຫ້ດີຂຶ້ນ ແລະ ພັດທະນາວັດທະນະທຳການອ່ານ” ຖືກດຳເນີນໃນຕອນຄ່ຳວັນທີ 19 ເມສາ, ຢູ່ຖະໜົນຍ່າງ ຫງວຽນເຫວ້ (ເມືອງ 1, ນະຄອນ ໂຮ່ຈີມິນ).

ພິທີໄຂວັນບຸນປຶ້ມ ແລະ ວັດທະນະທຳການອ່ານ ຫວຽດນາມ ຄັ້ງທີ ໜຶ່ງປີ 2022 ດ້ວຍຫົວຂໍ້ “ສ້າງວັດທະນະທຳໃຫ້ດີຂຶ້ນ ແລະ ພັດທະນາວັດທະນະທຳການອ່ານ” ຖືກດຳເນີນໃນຕອນຄ່ຳວັນທີ 19 ເມສາ, ຢູ່ຖະໜົນຍ່າງ ຫງວຽນເຫວ້ (ເມືອງ 1, ນະຄອນ ໂຮ່ຈີມິນ).

    

ພິທີໄຂວັນບຸນປຶ້ມ ແລະ ວັດທະນະທຳການອ່ານ ຫວຽດນາມ ຄັ້ງທີ ໜຶ່ງປີ 2022 (ພາບ: TTXVN)

ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຟ້າມແອັງຕ໊ວນ ເນັ້ນໜັກວ່າ ວັນບຸນປຶ້ມ ແລະ ວັດທະນະທຳການອ່ານ ຫວຽດນາມ ຄັ້ງທີໜຶ່ງ ເພື່ອແນໃສ່ຢັ້ງຢືນທີ່ຕັ້ງ, ບົດບາດ ແລະ ຄວາມສຳຄັນຂອງປຶ້ມທີ່ມີຕໍ່ການຍົກສູງລະດັບຄວາມຮູ້, ທັກສະ, ການພັດທະນາຈິນຕະນາການ, ການສຶກສາ ແລະ ຝຶກຝົນຫຼໍ່ຫຼອມບຸກຄະລິກກະພາບຂອງມະນຸດ; ສົ່ງເສີມ ແລະ ພັດທະນາຂະບວນການອ່ານປຶ້ມໃນຊຸມຊົມ, ສ້າງສະພາບແວດລ້ອມການອ່ານໃຫ້ສະດວກ; ສ້າງຄວາມຊິນເຄີຍອ່ານປຶ້ມໃນຄອບຄົວ, ໃນໂຮງຮຽນ, ຢູ່ຫ້ອງການ, ອົງການຈັດຕັ້ງ, ປະກອບສ່ວນສ້າງສັງຄົມຮ່ຳຮຽນ.

        ວັນບຸນປຶ້ມ ແລະ ວັດທະນະທຳການອ່ານ ຫວຽດນາມ ຄັ້ງທີ 1 ປີ 2022 ຢູ່ນະຄອນ ໂຮ່ຈີມິນ ມີສຳນັກພິມ, ຈຳໜ່າຍກວ່າ 20 ແຫ່ງໃນທົ່ວປະເທດໄດ້ເຂົ້າຮ່ວມ, ນຳປຶ້ມອ່ານກວ່າ 500.000 ຫົວ ແລະ ຮູບແບບພິມຈຳໜ່າຍປຶ້ມອ່ານຜ່ານທາງເອເລັກໂຕນິກ, ປຶຶ້ມຮຽນເວົ້າ, ຫໍສະໝຸດອັດສະລິຍະຈາກຫົວໜ່ວຍທີ່ເຂົ້າຮ່ວມ.

        ວັນບຸນປຶ້ມ ແລະ ວັດທະນະທຳການອ່ານ ຫວຽດນາມ ຄັ້ງທີ 1 ຖືກດຳເນີນແຕ່ວັນທີ 19 – 24 ເມສາ ຈຶ່ງອັດລົງ ແລະ ຖືກຈັດຂຶ້ນຢູ່ທຸກແຖບຖິ່ນໃນທົ່ວປະເທດ, ໃນນັ້ນ ນະຄອນ ໂຮ່ຈີມິນ ເປັນໃຈກາງ.

 

(ແຫຼ່ງຄັດຈາກ VOV)


top