ຂ່າວສານ

ໄຂວັນ​ບຸນ ໝູ່​ບ້ານ ແຊນຢູ່ເງະ​ອານ

ວັນບຸນໝູ່ບ້ານແຊນປີ 2023 ໄດ້ດຳເນີນໃນລະຫວ່າງວັນທີ 12 – 19 ພຶດສະພາ, ດ້ວຍຫຼາຍການເຄື່ອນໄຫວທີ່ມີຄວາມໝາຍ ຊຶ່ງສຸມໃສ່ຢູ່ນະຄອນວິງ, ເມືອງ ນາມດານ ແລະ ເທດສະບານ ເກືອຫຼໍ່, ແຂວງເງະອານ.
  ພາບປະກອບ  

ເນື່ອງໃນໂອກາດສະເຫຼີມສະຫຼອງ 155 ປີ ແຫ່ງວັນຄ້າຍວັນເກີດຂອງທ່ານນາງ ຮ່ວາງທິລວານ (ແມ່ຂອງປະທານໂຮ່ຈີມິນ ) (1868 - 2023) ແລະ 133 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/5/1890-19/5/2023), ຕອນຄ່ຳວັນທີ 12 ພຶດສະພາ, ຢູ່ສະໜາມຫຼວງໂຮ່ຈີມິນ, ແຂວງ ເງະອານ ໄດ້ໄຂວັນບຸນໝູ່ບ້ານແຊນ ປີ 2023 ແລະ ລາຍການສະແດງສິລະປະ “ຜູ້ເປັນແມ່ຂອງໝູ່ບ້ານແຊນ”.

ວັນບຸນໝູ່ບ້ານແຊນປີ 2023 ໄດ້ດຳເນີນໃນລະຫວ່າງວັນທີ 12 – 19 ພຶດສະພາ, ດ້ວຍຫຼາຍການເຄື່ອນໄຫວທີ່ມີຄວາມໝາຍ ຊຶ່ງສຸມໃສ່ຢູ່ນະຄອນວິງ, ເມືອງ ນາມດານ ແລະ ເທດສະບານ ເກືອຫຼໍ່, ແຂວງເງະອານ. ຈຸດພົ້ນເດັ່ນຂອງວັນບຸນແມ່ນ ໂຄງການສະແດງສິລະປະ “ຜູ້ເປັນແມ່ຂອງໝູ່ບ້ານແຊນ” ໄດ້ຈັດຂຶ້ນຢູ່ທັງນະຄອນ ວິງ (ແຂວງເງະອານ) ແລະ ນະຄອນເຫ້ວ (ແຂວງ ເທື່ອທຽນເຫ້ວ - ເຊິ່ງແມ່ນສະຖານທີ່ປະທານໂຮ່ຈີມິນ ແລະ ຄອບຄົວດຳລົງຊີວິດໃນຄາວເຍົາໄວ ມາເປັນເວລາເກືອບ 10 ປີ), ເພື່ອແນໃສ່ເຊີດຊູບັນດາຄຸນນະທາດ ແລະ ຄຸນຄ່າມະນຸດສະທຳທີ່ເລິກເຊິ່ງຂອງທ່ານນາງ ຮ່ວາງທິລວານ ແລະ ປະທານໂຮ່ຈີມິນ.


top