ຂ່າວສານ

ໄຂວັນບຸນໃຫຍ່ບໍລິຈາກເລືອດອາສາສະໝັກ: ວັນອາທິດແດງຄັ້ງທີ 10

      ມີຜູ້ບໍລິຈາກເລືອດອາສາສະໝັກນັບພັນຄົນມາສະຖາບັນເລືອດສາດ ແລະ ສົ່ງເລືອດສູນກາງ ພ້ອມກັບໂຮງໝໍຕ່າງໆເພື່ອບໍລິຈາກເລືອດ ຊ່ວຍຄົນເຈັບ. 

ວັນບຸນໃຫຍ່ບໍລິຈາກເລືອດອາສາສະໝັກ : ວັນອາທິດແດງຄັ້ງທີ 10
      ຕອນເຊົ້າວັນທີ 21 ມັງກອນ, ສະຫະພັນໃຫຍ່ແຮງງານຫວຽດນາມໄດ້ຈັດກອງປະຊຸມຍ້ອງຍໍຊົມເຊີຍປະທານກຳມະບານຮາກຖານທີ່ດີເດັ່ນໃນວຽກງານສ້າງຂໍ້ຕົກລົງກັນໃນການອອກແຮງງານລວມໝູ່ ແລະ ສົນທະນາຄັ້ງທີ 1 ຊຶ່ງມີການເຂົ້າຮ່ວມຂອງທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ . ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ຊີ້ແຈງວ່າ ປະທານກຳມະບານຮາກຖານ 70 ທ່ານ ແມ່ນບັນດາແບບຢ່າງທີ່ດີເດັ່ນ, ສະແດງໃຫ້ເຫັນຈິດໃຈຮັບຜິດຊອບ, ຄຸນນະທາດ, ພູມປັນຍາຂອງພະນັກງານກຳມະບານຫວຽດນາມ ຊຶ່ງໄດ້ ແລະ ພວມຮ່ວມເດີນທາງພ້ອມກັບຖັນແຖວກຳມະກອນ, ຊາວນາ, ປັນຍາຊົນ, ນັກທຸລະກິດ ແລະ ທົ່ວທັງຊາດ ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ກ່າວວ່າ : 
  “ ເອົາໃຈໃສ່ຄົ້ນພົບ, ບຳລຸງສ້າງພະນັກງານກຳມະບານຮາກຖານ, ເປັນຕົ້ນແມ່ນປະທານກຳມະບານຮາກຖານຢູ່ວິສາຫະກິດນອກລັດ ແລະ ວິສາຫະກິດທີ່ມີເງິນລົງທຶນຂອງຕ່າງປະເທດ. . ປ່ຽນແປງໃໝ່ທາງດ້ານເນື້ອໃນ, ແບບວິທີການບຳລຸງສ້າງ ພະນັກງານກຳມະບານ ນັບທັງຄວາມຮັບຮູ້ດ້ານການເມືອງ, ນະໂຍບາຍ, ກົດໝາຍ. ຕ້ອງເສີມຂະຫຍາຍຄວາມສາມາດປະດິດຄິດສ້າງ, ອັບເດັດ ແລະ ສ້າງເນື້ອໃນ, ຍົກສູງລະດັບຄວາມຮູ້ ຕອບສະໜອງຄວາມຮຽກຮ້ອງຕ້ອງການຕົວຈິງຂອງພະນັກງານກຳມະບານ ”
 (ແຫຼ່ງຄັດຈາກ VOV)

top