ນັບແຕ່ປີ 2007 ມາຮອດປະຈຸບັນ, ອາເມລິກາ ແມ່ນປະເທດຄູ່ຮ່ວມມືຜັນຂະຫຍາຍ 12 ລາຍການຢູ່ບັນດາແຂວງ, ນະຄອນຂອງ ຫວຽດນາມ.
(ທີ່ລາຍການເພື່ອນມິດ ປາຊີຟິກ 2025)
ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາເມລິກາ (1995 - 2025), ຕອນຄ່ຳວັນທີ 09 ກັນຍາ, ແຂວງ ກວາງຈີ້ ໄດ້ສົມທົບກັບສະຖານທູດ ອາເມລິກາ ປະຈຳ ຫວຽດນາມ ແລະ ທະຫານບົກ ອາເມລິກາ ປາຊີຟິກ ຈັດລາຍການເພື່ອນມິດ ປາຊີຟິກ 2025.
ນັບແຕ່ປີ 2007 ມາຮອດປະຈຸບັນ, ອາເມລິກາ ແມ່ນປະເທດຄູ່ຮ່ວມມືຜັນຂະຫຍາຍ 12 ລາຍການຢູ່ບັນດາແຂວງ, ນະຄອນຂອງ ຫວຽດນາມ. ລາຍການປີນີ້ຈັດຂຶ້ນແຕ່ວັນທີ 08 – 20 ກັນຍາ ດ້ວຍ 13 ລາຍການເຄື່ອນໄຫວ, ຂຶ້ນກັບ 4 ໝວດຂົງເຂດຕົ້ນຕໍ, ຄື: ໜູນຊ່ວຍມະນຸດສະທຳ/ການກູ້ໄພກູ້ຊີບທຳມະຊາດ, ການແລກປ່ຽນວິຊາສະເພາະດ້ານເສນາຮັກ…
ກ່າວຄຳເຫັນທີ່ພິທີ, ທ່ານ ຮ່ວາງນາມ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ກວາງຈີ້, ໃຫ້ຮູ້ວ່າ:
“ກວາງຈີ້ - ເຂດດິນແດນທີ່ເຄີຍຕໍ່ສູ້ຢ່າງດຸເດືອດທີ່ສຸດ, ເປັນສັນຍາລັກຂອງການແບ່ງແຍກ ແລະ ການເສຍສະຫຼະຊີວິດ - ປະຈຸບັນກາຍເປັນແຫ່ງທີ່ພວກເຮົາພ້ອມກັນຜັນຂະຫຍາຍໂຄງການເພື່ອນມິດ ປາຊີຟິກ 2025. ເຫດການນີ້ບໍ່ພຽງແຕ່ແມ່ນການເຄື່ອນໄຫວຮ່ວມມືສາກົນປະຈຳປີເທົ່ານັ້ນ, ຫາກຍັງສົ່ງສານທີ່ເຂັ້ມແຂງທີ່ວ່າ: ຈາກອະດີດຕະການທີ່ເຈັບປວດ, ພວກເຮົາພ້ອມກັນເພີ່ມພູນຄູນສ້າງສັນຕິພາບ, ພ້ອມກັນຮ່ວມມືເພື່ອພັດທະນາ”.
ສ່ວນທ່ານ Marc Evans Knapper, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ຢືນຢັນວ່າ, ບັນດາໂຄງການມະນຸດສະທຳ ແລະ ພົນລະເຮືອນສຳຄັນ, ລວມມີການຮັບມືກັບໄພທຳມະຊາດ, ການແລກປ່ຽນດ້ານວິຊາສະເພາະດ້ານສາທາລະນະສຸກ ແລະ ປັບປຸງພື້ນຖານໂຄງລ່າງ ຈະເປັນການສ້າງຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ຮັບປະກັນການພົວພັນຄູ່ຮ່ວມມືຈະນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ.