ງານບຸນ “ສີສັນນະຄອນໃສ່ຊື່ປະທານ ໂຮ່ຈີມິນ” ແມ່ນໂອກາດເພື່ອໃຫ້ປະຊາຂົນນະຄອນ ແລະ ທົ່ວປະເທດເຊີດຊູຄຸນຄ່າເອກະລາດ, ເສລີພາບ
ຕອນຄ່ຳວັນທີ 19 ເມສາ, ຢູ່ນະຄອນ ໂຮ່ຈີມິນ, ໄດຈັດການເຄື່ອນໄຫວວັດທະນະທຳ, ກິລາຫຼາຍຢ່າງ ດ້ວຍຫົວຂໍ້ “ສີສັນນະຄອນໃສ່ຊື່ປະທານ ໂຮ່ຈີມິນ” ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025). ງານບຸນ “ສີສັນນະຄອນໃສ່ຊື່ປະທານ ໂຮ່ຈີມິນ” ແມ່ນໂອກາດເພື່ອໃຫ້ປະຊາຂົນນະຄອນ ແລະ ທົ່ວປະເທດເຊີດຊູຄຸນຄ່າເອກະລາດ, ເສລີພາບ, ສະແດງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ນະຄອນ ໂຮ່ຈີມິນ ແນະນຳເຖິງເພື່ອນມິດຢູ່ພາຍໃນປະເທດ ແລະ ສາກົນກ່ຽວກັບເຂດຕົວເມືອງຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ເຕັມໄປດ້ວຍສີສັນ, ແມ່ນແຫ່ງເຕົ້າໂຮມຈິດໃຈຂອງຊາດ ແລະ ຄວາມຄາດຫວັງອະນາຄົດ.
ຕອນຄ່ຳວັນທີ 19 ເມາສາ, ຢູ່ແຂວງ ໄຕນິງ ກະຊວງຕຳຫຼວດໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ໄຕນິງ ໄດ້ຈັດງານສະແດງສີລະປະ “ຄວາມຊົງຈຳປະໄວ້ໃຫ້”. ລາຍການແມ່ນການສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງສຳລັບຕຳຫຼວດປະຊາຊົນຫຼາຍລຸ້ນຄົນທີ່ໄດ້ເສຍສະຫຼະຊີວິດເພື່ອສັນຕິພາບຂອງປະເທດຂາດ, ປຸກລຸກຄວາມເອກອ້າງທະນົງໃຈຂອງຊາດ, ເຊື່ອມຕໍ່ລະຫວ່າງປະຫວັດສາດກັບປະຈຸບັນ, ມຸ່ງໄປເຖິງອະນາຄົດ.
ເນື່ອງໃນໂອກາດນີ້, ໂຮງພິມຈຳໜ່າຍການເມືອງແຫ່ງຊາດຄວາມຈິງ ຫາກໍ່ພິມຈຳໜ່າຍປື້ມ “ນະຄອນ ໂຮ່ຈີມິນ - ຈຸດເວລາ 0 ຊົ່ວໂມງ -ບັນດາສາລະຄະດີກ່ຽວກັບການສິ້ນສຸດສົ່ງຄາມ 30 ປີ”.