ຂ່າວສານ

ໄຂງານວາງສະແດງຮູບພາບສາຍພົວພັນ ຫວຽດນາມ-ລາວໜັກແໜ້ນ, ຍືນຍົງກວ່າພູເຂົາກ້າ, ກວ່າແມ່ນຳ້ລຳເຊ

ສະຫາຍ ເວືອງດິ່ງເຫວ້, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ຕັດແຖບຜ້າໄຂງານວາງສະແດງຮູບພາບ: “ສາຍພົວພັນ ຫວຽດນາມ-ລາວໜັກແໜ້ນ, ຍືນຍົງກວ່າພູເຂົາກ້າ, ກວ່າແມ່ນຳ້ລຳເຊ”. ພາບ: ເຕິດເຊີນ/VNP
      ວັນທີ 27 ພະຈິກ 2017, ທີ່ເຮືອນວາງສະແດງ 45 ຈ່າງຕ່ຽນ, ຮ່າໂນ້ຍ, ສຳນັກຂ່າວສານຫວຽດນາມ ໄດ້ຈັດຕັ້ງງານວາງສະແດງຮູບພາບ: “ສາຍພົວພັນ ຫວຽດນາມ-ລາວໜັກແໜ້ນ, ຍືນຍົງກວ່າພູເຂົາກ້າ, ກວ່າແມ່ນຳ້ລຳເຊ” ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງ ສາຍພົວພັນການທູດ (5/9/1962-5/9/2017), 40 ປີ ວັນເຊັນສົນທິສັນຍາມິດຕະພາບແລະ ການຮ່ວມມືລະຫວ່າງ ຫວຽດນາມ-ລາວ (18/7/1977-18/7/2017) ແລະ ຕ້ອນຮັບປີສາມັກຄີ ມິດຕະພາບ ຫວຽດນາມ-ລາວ 2017. 
      ງານວາງສະແດງລວມມີຮູບຖ່າຍທີ່ຊົງຄຸນຄ່າສີ ແລະ ຂາວດຳຊຶ່ງສ່ອງແສງຢ່າງມີຊີວິດຊີວາ ແລະ ເລິກເຊິ່ງ ໃນຊ່ວງເວລາກວ່າເຄິ່ງສະຕະວັດທີ່ມີຄວາມສະໜິດຕິດພັນ, ຄຽງປ່າຄຽງໄຫຼ່ ລະຫວ່າງພັກ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ໃນການຕໍ່ສູ້ຍືດເຍື້ອຍາວນານ ຕ້ານພວກລ່າເມືອງຂຶ້ນ, ຈັກກະພັດຜູ້ມາຮຸກຮານ, ປົດປ່ອຍປະເທດຊາດຂອງແຕ່ລະ ປະເທດ ແລະ ສາຍພົວພັນໄມຕິຈິດ ມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ, ສອງຊົນຊາດອ້າຍນ້ອງ ຫວຽດນາມ-ລາວ ທີ່ເຄີຍຜ່ານການທົບສອບ, ຫຼໍ່ຫຼອມ ແລະ ປັບປຸງ, ພັດທະນາ ຢ່າງບໍ່ຢຸດຢັ້ງ ຜ່ານຊຸມເດືອນປີສົງຄາມສຸດທີ່ດຸເດືອດຮ້າຍແຮງ ກໍ່ຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປະຈຸບັນ. 
      ທີ່ພິທີຕັດແຖບຜ້າໄຂງານວາງສະແດງ, ທ່ານ ຫງວຽນດຶກເລີ້ຍ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ ຂຳນັກຂ່າວສານຫວຽດນາມ ໄດ້ຢືນຢັນວ່າ ສາຍພົວພັນລະຫວ່າງສອງປະເທດ ຫວຽດນາມ-ລາວ ຕະຫຼອດ 55 ປີຜ່ານມາ ໄດ້ມີການຂະຫຍາຍ ຕົວຢ່າງສະຫງ່າລາສີ, ຮອບດ້ານໃນທຸກຂົງເຂດວຽກງານນັບແຕ່ການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ-ກໍ່ສ້າງ ແລະ ການພົບປະແລກປ່ຽນລະຫວ່າງ ປະຊາຊົນ.
      ທ່ານ ຫງວຽນດຶກເລີ້ຍ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ ຂຳນັກຂ່າວສານ ຫວຽດນາມ ສະແດງ ຄວາມເຊື່ອໝັ້ນຢ່າງເລິກເຊິ່ງວ່າ ງານວາງສະແດງຮູບພາບ: “ສາຍພົວພັນ ຫວຽດນາມ-ລາວໜັກແໜ້ນ, ຍືນຍົງກວ່າພູເຂົາກ້າ, ກວ່າແມ່ນຳ້ລຳເຊ” ນີ້ ບໍ່ພຽງແຕ່ສ່ອງແສງໃຫ້ເຫັນບັນດາ ເຫດການ, ຜົນສຳເລັດທີ່ພົ້ນເດັ່ນຊຶ່ງປະຊາຊົນສອງປະເທດບັນລຸໄດ້ເທົ່ານັ້ນ, ຫາກຍັງນຳມາໃຫ້ຊາວ ຫວຽດນາມ ແລະ ເພື່ອນມິດສາກົນ ຢູ່ ຮ່າໂນ້ຍ ມີໂອກາດໄດ້ຊົມຄວາມງາມຂອງ ປະເທດຊາດ, ວັດທະນະທຳ ແລະ ຜູ້ຄົນຢູ່ເຂດດິນແດນ ດອກຈຳປາ ທ່ີສວຍສົດງົດງາມຜ່ານມູມມອງຂອງບັນດານັກຖ່າຍຮູບຂອງສຳນັກຂ່າວສານ ຫວຽດນາມ, ເພື່ອເພີ່ມຄວາມຜູກຮັກ, ສະໜິດຕິດພັນ ແລະ ເຂົ້າໃຈກ່ຽວກັບມູນເຊື້ອ ແລະ ນຳ້ໃຈພິເສດລະຫວ່າງ ຫວຽດນາມ ແລະ ລາວ. 
      ງານວາງສະແດງຈະດຳເນີນໄປແຕ່ວັນທີ 27-30 ພະຈິກ 2017 ທີ່ເຮືອນວາງສະແດງ 45 ຈ່າງຕ່ຽນ, ຮ່າໂນ້ຍ. 
ຂ່າວ: ຢືຟຽນ-ພາບ: ເຕິດເຊີນ
 
 
 
 
 
 

top