ຂ່າວສານ

ໄຂງານວາງສະແດງຮູບພາບ “ລຸງໂຮ່ກັບປະຊາຊົນບັນດາເຜົ່າແຂວງ ເຊີນລາ”

ຕອນເຊົ້າວັນທີ 05 ພຶດສະພາ, ຄະນະກຳມະການປະຊາຊົນແຂວງ ເຊີນລາ ໄດ້ສົມທົບກັບຄະນະຄຸ້ມຄອງປູຊະນີຍະສະຖານປະທານ ໂຮ່ຈີມິນ ຂຶ້ນກັບທຳນຽບປະທານປະເທດ ຈັດຕັ້ງພິທີໄຂງານວາງສະແດງຮູບພາບດ້ວຍຫົວຂໍ້ວ່າ “ລຸງໂຮ່ ກັບປະຊາຊົນບັນດາເຜົ່າແຂວງ ເຊີນລາ”. 

ໄຂງານວາງສະແດງຮູບພາບ “ລຸງໂຮ່ກັບປະຊາຊົນບັນດາເຜົ່າແຂວງ ເຊີນລາ”

ງານວາງສະແດງແມ່ນການເຄື່ອນໄຫວຂ່ຳນັບຮັບຕ້ອນເຫດການສະເຫຼີມສະຫຼອງ 60 ປີແຫ່ງວັນລຸງໂຮ່ ແລະ ຄະນະປະຕິບັດງານສູນກາງໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ນັກຮົບ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າເຂດຕາເວັນຕົກສ່ຽງເໜືອ (07/05/1959 – 07/05/2019).

        ດ້ວຍຮູບພາບ 350 ແຜ່ນ, ງານວາງສະແດງໄດ້ວາງສະແດງບັນດາເອກະສານອັນລ້ຳຄ່າ ທີ່ໄດ້ວາດພາບເຖິງຊີວິດ, ພາລະກິດ ແລະ ບັນດາຄຸນງາມຄວາມດີອັນໃຫຍ່ຫລວງຂອງປະທານ ໂຮ່ຈີມິນ ສຳລັບປະເທດຊາດ ຫວຽດນາມ. ນ້ຳໃຈຂອງເພິ່ນທີ່ມີຕໍ່ພໍ່ແມ່ປະຊາຊົນບັນດາເຜົ່າເຂດຕາເວັນຕົກສ່ຽງເໜືອ, ແຂວງ ເຊີນລາ. ງານວາງສະແດງຈະດຳເນີນໄປຢູ່ເມືອງ ທ້ວນເຈົາ, ເມືອງ ອຽນເຈົາ ແລະ ເມືອງ ມົກເຈົາ ນັບແຕ່ວັນທີ 5 ຈົນຮອດວັນທີ 08 ພຶດສະພາ.

 (ແຫຼ່ງຄັດຈາກ VOV)


top