ຂ່າວສານ ໄຂງານວາງສະແດງຮູບພາບ “ທະເລ, ໝູ່ເກາະຂອງປະເທດຊາດ” 16/11/2018 ງານວາງສະແດງຮູບພາບ“ທະເລ, ໝູ່ເກາະຂອງປະເທດຊາດ” ໄດ້ໄຂຂຶ້ນໃນວັນທີ 15 ພະຈິກ, ທີ່ນະຄອນ ດາໜັງ. ໃນງານວາງສະແດງລວມມີຮູບພາບ ເກືອບ 150 ແຜ່ນ ໄດ້ສ່ອງແສງເຖິງກິດຈະການປົກປັກຮັກສາອຳນາດອະທິປະໄຕ ທະເລ, ໝູ່ເກາະ ແລະ ການພັດທະນາເສດຖະກິດທະເລ. ງານວາງສະແດງຮູບພາບໄດ້ສະແດງໃຫ້ເຫັນອາລົມຈິດ ແລະ ຄວາມຮັບຜິດຊອບ ຂອງບັນດາພະນັກງານ, ນັກວິສາວະກອນ, ກຳມະກອນ ໃນບໍລິສັດ ຮ່ວມທຸລະກິດນ້ຳມັນອາຍແກັດ ຫວຽດນາມ - ລັດເຊຍ ຕໍ່ກັບບັນດາແຜ່ນດິນອັນສັກສິດຂອງປະເທດຊາດ ບ່ອນທີ່ມີຊາວ ຫວຽດນາມ ຈໍານວນໜຶ່ງ ໄດ້ເສຍສະຫຼະຊີວິດເພື່ອຊາດ ກໍ່ຄືບັນດາຜູ້ທີ່ໄດ້ ແລະ ກຳລັງມານະພະຍາຍາມ ຈົນສຸດຄວາມສາມາດຂອງຕົນ ເພື່ອພາລະກິດສ້າງສາ, ພັດທະນາ ແລະ ປົກປັກຮັກສາທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ. ງານວາງສະແດງຈະດຳເນີນໄປຮອດວັນທີ 22 ພະຈິກ ຈຶ່ງຈະອັດລົງ. (ແຫຼ່ງຄັດຈາກ VOV)

ງານວາງສະແດງຮູບພາບ“ທະເລ, ໝູ່ເກາະຂອງປະເທດຊາດ” ໄດ້ໄຂຂຶ້ນໃນວັນທີ 15 ພະຈິກ, ທີ່ນະຄອນ ດາໜັງ. ໃນງານວາງສະແດງລວມມີຮູບພາບ ເກືອບ 150 ແຜ່ນ ໄດ້ສ່ອງແສງເຖິງກິດຈະການປົກປັກຮັກສາອຳນາດອະທິປະໄຕ ທະເລ, ໝູ່ເກາະ ແລະ ການພັດທະນາເສດຖະກິດທະເລ. ງານວາງສະແດງຮູບພາບໄດ້ສະແດງໃຫ້ເຫັນອາລົມຈິດ ແລະ ຄວາມຮັບຜິດຊອບ ຂອງບັນດາພະນັກງານ, ນັກວິສາວະກອນ, ກຳມະກອນ ໃນບໍລິສັດ ຮ່ວມທຸລະກິດນ້ຳມັນອາຍແກັດ ຫວຽດນາມ - ລັດເຊຍ ຕໍ່ກັບບັນດາແຜ່ນດິນອັນສັກສິດຂອງປະເທດຊາດ ບ່ອນທີ່ມີຊາວ ຫວຽດນາມ ຈໍານວນໜຶ່ງ ໄດ້ເສຍສະຫຼະຊີວິດເພື່ອຊາດ ກໍ່ຄືບັນດາຜູ້ທີ່ໄດ້ ແລະ ກຳລັງມານະພະຍາຍາມ ຈົນສຸດຄວາມສາມາດຂອງຕົນ ເພື່ອພາລະກິດສ້າງສາ, ພັດທະນາ ແລະ ປົກປັກຮັກສາທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ. ງານວາງສະແດງຈະດຳເນີນໄປຮອດວັນທີ 22 ພະຈິກ ຈຶ່ງຈະອັດລົງ. (ແຫຼ່ງຄັດຈາກ VOV)