ຂ່າວສານ

ໄຂງານວາງສະແດງສິນຄ້າ ຫວຽດນາມ - ລາວ ປີ 2018

ນີ້ແມ່ນຄັ້ງທີ 4 ທີ່ກະຊວງປ້ອງກັນປະເທດ ແລະ ກະຊວງອຸດສາຫະກຳ - ການຄ້າສອງປະເທດ ສົມທົບກັນຈັດຕັ້ງງານວາງສະແດງສິນຄ້າຫວຽດນາມຢູ່ລາວ.

ພິທີຕັດແຖບຜ້າ ໄຂງານວາງສະແດງສິນຄ້າຫວຽດນາມ - ລາວ ປີ 2018 

ດ້ວຍຫົວຂໍ້ທີ່ວ່າ “ມິດຕະພາບ - ຮ່ວມມື ແລະ ພັດທະນາ”, ງານວາງສະແດງສິນຄ້າຫວຽດນາມ - ລາວ ປີ 2018 ໄດ້ໄຂຂຶ້ນ ໃນຕອນບ່າຍວັນທີ 30 ມິຖຸນາ, ຢູ່ນະຄອນຫຼວງວຽງຈັນ, ສປປ.ລາວ. ໂດຍມີການເຂົ້າຮ່ວມຂອງຜູ້ແທນແມ່ນການນຳບັນດາກະຊວງປ້ອງກັນປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າສອງປະເທດຫວຽດນາມ - ລາວ ພ້ອມກັບປະຊາຊົນຢູ່ນະຄອນຫຼວງວຽງຈັນມາຢ້ຽມຊົມ ແລະຊື້ເຄື່ອງຂອງເປັນຈຳນວນຫຼວງຫຼາຍ.

ມີວິສາຫະກິດສອງປະເທດກວ່າ 120 ແຫ່ງ, ດ້ວຍຮ້ານວາງສະແດງກວ່າ 200 ຮ້ານ ໄດ້ເຂົ້າຮ່ວມການວາງສະແດງ, ແນະນຳບັນດາຜະລິດຕະພັນດີເດັ່ນ ຂອງທັງສອງປະເທດ. ນີ້ແມ່ນຄັ້ງທີ 4 ທີ່ກະຊວງປ້ອງກັນປະເທດ ແລະ ກະຊວງອຸດສາຫະກຳ - ການຄ້າສອງປະເທດ ສົມທົບກັນຈັດຕັ້ງງານວາງສະແດງສິນຄ້າຫວຽດນາມຢູ່ລາວ. ກ່າວຄຳເຫັນທີ່ພິທີໄຂ, ທ່ານພົນໂທ ເຈິ່ນເດີນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມຢັ້ງຢືນວ່າ:

        “ງານວາງສະແດງສິນຄ້າ ແມ່ນເຫດການດ້ານການເມືອງ, ເສດຖະກິດ, ສັງຄົມ ທີ່ມີຄວາມໝາຍສຳຄັນ ທັງປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດຫວຽດນາມ - ລາວ. ນອກນັ້ນ, ຍັງເປັນໂອກາດເພື່ອໃຫ້ບັນດາວິສາຫະກິດຫວຽດນາມເວົ້າລວມ ແລະ ວິສາຫະກິດຂອງກອງທັບເວົ້າສະເພາະ ມີໂອກາດພົບປະແລກປ່ຽນ, ຊອກຫາລູກຄ້າທີ່ມີຄວາມສາມາດບົ່ມຊ້ອນ ແລະ ຄູ່ຮ່ວມມືການຄ້າ, ເປີດກວ້າງການພົວພັນການຄ້າກັບບັນດາວິສາຫະກິດລາວ, ຍູ້ແຮງການສົ່ງອອກຜະລິດຕະພັນ, ການບໍລິການ, ການທ່ອງທ່ຽວ ໄປຍັງຕະຫຼາດຂອງລາວ ແລະ ບັນດາປະເທດອາຊຽນອີກດ້ວຍ”.

 (ແຫຼ່ງຄັດຈາກ VOV)
 


top