ຂ່າວສານ

ໄຂງານມະຫາກຳກິລາ Olympic ລະດູໜາວປັກກິ່ງ 2022

      ຄະນະຈັດຕັ້ງ ງານມະຫາກຳກິລາ Olympic ລະດູໜາວ ປັກກິ່ງ 2022 ໄດ້ຖະແຫຼງວ່າຈະຮັບປະກັນໃຫ້ ງານມະຫາກຳກິລາດຳເນີນໄປດ້ວຍຄວາມ “ລຽບງ່າຍ, ປອດໄພ ແລະ ສະຫງ່າງາມ” ໃນສະພາບການໂລກລະບາດໂຄວິດ - 19.
ພິທີໄຂງານມະຫາກຳກິລາ Olympic ລະດູໜາວ ປັກກິ່ງ 2022  ຖືກດຳເນີນຢູ່ສະໜາມກິລາແຫ່ງຊາດ ຈີນ
ໃນ
 ຕອນຄ່ຳວັນທີ 4 ມັງກອນ (ພາບ: THX/TTXVN)
      ຕອນຄ່ຳວັນທີ 4 ມັງກອນ, ພິທີໄຂງານມະຫາກຳກິລາ Olympic ລະດູໜາວ ປັກກິ່ງ 2022 ຖືກດຳເນີນຢູ່ສະໜາມກິລາແຫ່ງຊາດ ຈີນ. ຄະນະຈັດຕັ້ງ ງານມະຫາກຳກິລາ Olympic ລະດູໜາວ ປັກກິ່ງ 2022 ໄດ້ຖະແຫຼງວ່າຈະຮັບປະກັນໃຫ້ ງານມະຫາກຳກິລາດຳເນີນໄປດ້ວຍຄວາມ “ລຽບງ່າຍ, ປອດໄພ ແລະ ສະຫງ່າງາມ” ໃນສະພາບການໂລກລະບາດໂຄວິດ - 19. ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ເຂົ້າຮ່ວມພິທີ ແລະ ກ່າວຄຳປາໄສໄຂ ງານມະຫາກຳກິລາ. ນອກຈາກນັ້ນຍັງມີປະມຸກລັດ ຜູ້ນຳໜ້າລັດຖະບານ, ສະມາຊິກພະບໍລົມວົງສານຸວົງ ແລະ ຜູ້ນຳບັນດາອົງການຈັດຕັ້ງສາກົນ ກວ່າ 30 ປະເທດ,  ກໍໄດ້ເຂົ້າຮ່ວມພິທີໄຂດັ່ງກ່າວ.
        ງານມະຫາກຳກິລາ Olympic ລະດູໜາວ ປັກກິ່ງ 2022 ຈະດຳເນີນໃນລະຫວ່າງວັນທີ 4 – 20 ກຸມພາ ດ້ວຍນັກກິລາເກືອບ 3.000 ຄົນ ທີ່ມາຈາກປະມານ 90 ປະເທດ ແລະ ເຂດແຄວ້ນ ຈະເຂົ້າຮ່ວມການແຂ່ງຂັນໃນ ງານມະຫາກຳກິລາ Olympic ລະດູໜາວ ປັກກິ່ງ 2022 ນີ້.
ງານມະຫາກຳກິລາ ສຳລັບຜູ້ເສຍອົງຄະ Paralympic ຈະຖືກໄຂຂຶ້ນໃນວັນທີ 4 ມີນາ ແລະ ອັດລົງຫຼັງຈາກນັ້ນ 10 ວັນ.
(ແຫຼ່ງຄັດຈາກ VOV)


top