ຂ່າວສານ

ໄຂງານບຸນໃນລະດູບານໃໝ່ຢູ່ທ້ອງຖິ່ນຕ່າງໆ

      ງານບຸນວິຫານພະແມ່ ເອົາເກີ ແມ່ນໜຶ່ງໃນບັນດາງານບຸນໃຫຍ່, ເປີດສາກໃຫ້ແກ່ການເຄື່ອນໄຫວຕ່າງໆຂອງງານບຸນທີ່ເປັນເອກະລັກສະເພາະໃນບໍລິເວນແຂວງ ຟູ໋ເທາະ 
ວັນທີ 22 ກຸມພາ (ກົງກັບວັນທີ 7 ຂອງບຸນປີໃໝ່ປະຈຳຊາດປີຈໍ 2017) ຢູ່ຕາແສງ ຮ່ຽນເລືອງ, ເມືອງ ຮ້າຮ່ວາ, ແຂວງ ຟູ໋ເທາະ, ໄດ້ຈັດຕັ້ງພິທີໄຂງານບຸນວິຫານພະແມ່ ເອົາເກີ. ງານບຸນວິຫານພະແມ່ ເອົາເກີ ແມ່ນໜຶ່ງໃນບັນດາງານບຸນໃຫຍ່, ເປີດສາກໃຫ້ແກ່ການເຄື່ອນໄຫວຕ່າງໆຂອງງານບຸນທີ່ເປັນເອກະລັກສະເພາະໃນບໍລິເວນແຂວງ ຟູ໋ເທາະ ດຳເນີນໃນໂອກາດຕົ້ນລະດູບານໃໝ່.
        ແລະກໍ່ໃນວັນດຽວກັນ, ຢູ່ຕາແສງ ດ້ອຍເຊີນ, ເມືອງ ຢູຍຕຽນ, ແຂວງ ຮ່ານາມ ໄດ້ຈັດຕັ້ງງານບຸນລົງທົ່ງໄຖນາ ດ້ອຍເຊີນ ປີ 2018 -  ເຊິ່ງແມ່ນງານບຸນທີ່ເປັນມູນເຊື້ອລົງທົ່ງ ໄຖນາ ແລະ ຂໍໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ລະດູການໄດ້ຮັບຜົນດີ.
 (ແຫຼ່ງຄັດຈາກ VOV)

top