ນັບແຕ່ປີ 2014, ເຂດສຸສານ ແລະ ວິຫານບູຊາບັນດາເຈົ້າຊີວິດ ເຈິ່ນ ຖືກຈັດເປັນເຂດປູຊະນີຍະສະຖານລະດັບຊາດພິເສດ ແລະ ງານບຸນວິຫານ ເຈິ່ນ ຂອງແຂວງຖືກຈັດເຂົ້າບັນຊີມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ.
(ງານບຸນລວມມີ 2 ກິດຈະກຳຫຼັກ, ດ້ວຍຂັ້ນຕອນຈັດພິທີໄດ້ຈັດຂຶ້ນຢ່າງເຄັ່ງຂຶມ)
ຕອນຄ່ຳວັນທີ 01 ມີນາ, ຢູ່ປູຊະນີຍະສະຖານປະຫວັດສາດພິເສດເຂດສຸສານ ແລະ ວິຫານບູຊາບັນດາເຈົ້າຊີວິດສະໄໝ ເຈິ່ນ (ຕາແສງ ລອງຮືງ, ແຂວງ ຮືງອຽນ), ຄະນະກຳມະການປະຊາຊົນແຂວງ ຮືງອຽນ ໄດ້ຈັດພິທີໄຂງານບຸນວິຫານ ເຈິ່ນ ປີ 2026.
ນັບແຕ່ປີ 2014, ເຂດສຸສານ ແລະ ວິຫານບູຊາບັນດາເຈົ້າຊີວິດ ເຈິ່ນ ຖືກຈັດເປັນເຂດປູຊະນີຍະສະຖານລະດັບຊາດພິເສດ ແລະ ງານບຸນວິຫານ ເຈິ່ນ ຂອງແຂວງຖືກຈັດເຂົ້າບັນຊີມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ.
ງານບຸນລວມມີ 2 ກິດຈະກຳຫຼັກ, ດ້ວຍຂັ້ນຕອນຈັດພິທີໄດ້ຈັດຂຶ້ນຢ່າງເຄັ່ງຂຶມ, ເຄົາລົບນັບຖືຕາມປະເພນີທີ່ເປັນມູນເຊື້ອ, ລວມມີບັນດາພິທີກຳທີ່ເປັນເອກະລັກສະເພາະຂອງງານບຸນວິຫານ ເຈິ່ນ, ຄື: ຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດ ຮຸ່ງ, ພິທີແຫ່, ການເຄື່ອນໄຫວບູຊາ… ຂັ້ນຕອນຈັດງານບຸນລວມມີບັນດາການເຄື່ອນໄຫວວັດທະນະທຳ, ສິລະປະ, ກິລາ ແລະ ບັນດາການເຄື່ອນໄຫວຮັບໃຊ້ປະຊາຊົນ ແລະ ແຂກທ່ອງທ່ຽວ; ວາງສະແດງ, ໂຄສະນາ, ແນະນຳການທ່ອງທ່ຽວ ຮືງອ່ຽນ… ນອກນັ້ນ, ໃນຂອບເຂດຂອງງານບຸນຍັງໄດ້ຈັດການເຄື່ອນໄຫວວັນກາບກອນ ຫວຽດນາມ.