ຂ່າວສານ

ໄຂງານບຸນລະດູບານໃໝ່ຢູ່ເຂດປູຊະນີຍະສະຖານແຫ່ງຊາດ ພິເສດ ອານຟູ້, ແຂວງ ຫາຍເຢືອງ

ພາຍຫຼັງພິທີໄຂງານບຸນ, ບັນດາຜູ້ແທນ ແລະ ປະຊາຊົນໄດ້ເຂົ້າຮ່ວມການຖະຫວາຍທູບທຽນ ອາໄລຫາຢູ່ວິຫານ ກາວອານຟູ້
  ພິທີໄຂງານບຸນ (ພາບ:Tiến Vĩnh/TTXVN)  

ວັນທີ 29 ມັງກອນ, ຢູ່ເຂດ ປູຊະນີຍະສະຖານແຫ່ງຊາດພິເສດ ອານຟູ້, ເທດສະບານ ກິງມົນ, ແຂວງ ຫາຍເຢືອງ ໄດ້ໄຂງານບຸນລະດູບານໃໝ່ປີແມວ 2023 - ເຊິ່ງເປັນການເຄື່ອນໄຫວປະຈຳປີເມື່ອບຸນປີໃໝ່ວຽນມາ.

ພາຍຫຼັງພິທີໄຂງານບຸນ, ບັນດາຜູ້ແທນ ແລະ ປະຊາຊົນໄດ້ເຂົ້າຮ່ວມການຖະຫວາຍທູບທຽນ ອາໄລຫາຢູ່ວິຫານ ກາວອານຟູ້. ໃນຄ່ຳຄືນວັນທີ 1 ກຸມພາ 2023, ຢູ່ວິຫານ ກາວອານຟູ້ ຈະຈັດພິທີສວດມົນພາວະນາຂໍໃຫ້ປະຊາຊົນມີຄວາມສະຫງົບສຸກ. ໃນວັນທີ 21 ແລະ 22 ກຸມພາ 2023, ຢູ່ວິຫານແຫ່ງນີ້ຈະດຳເນີນພິທີເຫຼື້ອມໃສບູຊາພະແມ່ຂອງຊາວ ຫວຽດນາມ ຂອງນັກສິລະປະການ  14 ຄົນຢູ່ຕ່າງແຂວງ ແລະ ແຂວງ ຫາຍເຢືອງ.


top