ຂ່າວສານ

ໄຂງານບຸນລະດູບານໃໝ່ທິດຕາເວັນຕົກອຽນຕືແລະສັບປະດາວັດທະນະທຳ-ທ່ອງທ່ຽວບັ໊ກຢາງ

ຕອນເຊົ້າວັນທີ 16 ກຸມພາ (ກົງກັບວັນທີ 12 ເດືອນຈ່ຽງ ໄລ່ຕາມຈັນທະປະຕິທິນຫວຽດນາມ), ແຂວງ ບັ໊ກຢາງ ໄດ້ໄຂງານບຸນລະດູບານໃໝ່ທິດຕາເວັນຕົກ ອຽນຕື ແລະ ສັບປະດາວັດທະນະທຳ - ທ່ອງທ່ຽວ ແຂວງບັ໊ກຢາງ ປີ 2019 ດ້ວຍຫົວຂໍ້ວ່າ “ຄົ້ນຫາເຂດດິນແດນສັກກະລະບູຊາທິດຕາເວັນຕົກອຽນຕື້”, ເຊິ່ງດຳເນີນໃນລະຫວ່າງວັນທີ 14 – 20 ກຸມພາ 2019.


ໄຂງານບຸນລະດູບານໃໝ່ທິດຕາເວັນຕົກອຽນຕືແລະສັບປະດາວັດທະນະທຳ-ທ່ອງທ່ຽວບັ໊ກຢາງ

(ພາບ: TTXVN)

ໃນຂອບເຂດງານບຸນມີການເຄື່ອນໄຫວຕົ້ນຕໍ 14 ເຫດການ ເຊິ່ງດຳເນີນຢ່າງຕໍ່ເນື່ອງເປັນເວລາ 7 ວັນ ຢູ່ບໍລິເວັນເມືອງອຽນຢຸງ, ລູກນາມ, ລູກງ້ານ, ເຊີນດົ້ງ ແລະ ນະຄອນບັ໊ກຢາງ ແລະ ມີການເຄື່ອນໄຫວສະໜູນຫຼາຍຢ່າງຂອງບັນດາທ້ອງຖິ່ນຢູ່ພາຍໃນແຂວງ. ໃນນັ້ນມີບັນດາເຫດການຄື: ເປີດສະຫຼອງວັດ ເທື້ອງ; ງານວາງສະແດງ, ແນະນຳວັດທະນະທຳ, ສາສະໜາພຸດນິກາຍ ຈຸກເລິມ; ສະເໜີຕົວປື້ມ “ມໍລະດົກທັດສະນີຍະພາບທິດຕາເວັນຕົກ ອຽນຕື”…
(ແຫຼ່ງຄັດຈາກ VOV)

 

 


top