ຂ່າວສານ

ໄຂງານບຸນມະໂຫລານມິດຕະພາບປະຊາຊົນ ລາວ - ຫວຽດນາມ ຄັ້ງທີ 4

      ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (15/09/1962 – 15/09/2017), ຕອນບ່າຍວັນທີ 17 ກໍລະກົດ ທີ່ຫໍປະຊຸມແຫ່ງຊາດ ລາວ, ຢູ່ນະຄອນຫລວງ ວຽງຈັນ, ໄດ້ໄຂງານບຸນມະໂຫລານມິດຕະພາບປະຊາຊົນ ລາວ - ຫວຽດນາມ ຄັ້ງທີ 4.

ໄຂງານບຸນມະໂຫລານມິດຕະພາບປະຊາຊົນ ລາວ - ຫວຽດນາມ ຄັ້ງທີ 4
ກ່າວຄຳເຫັນທີ່ພິທີ, ທ່ານ ເຈີ່ນວັນຕູຍ ປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ໃຫ້ຮູ້ວ່າ:
        “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017 ພ້ອມກັບການສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບຮ່ວມມື ຫວຽດນາມ - ລາວ ແມ່ນ 2 ຂີດໝາຍ ປະຫວັດສາດແຫ່ງການພົວພັນ ຫວຽດ - ລາວ ຊຶ່ງມີຄວາມໝາຍຢ່າງເລິກເຊິ່ງທີ່ສຸດ ສຳລັບການປັບປຸງ ແລະ ຍູ້ແຮງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ; ແມ່ນໂອກາດເພື່ອໃຫ້ພວກເຮົາທົບທວນຄືນບັນດາໜ້າປະຫວັດສາດທີ່ສະຫງ່າລາສີ ແລະ ຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມສຳຄັນ ແລະ ຄວາມໝາຍອັນຍິ່ງໃຫຍ່ຂອງສາຍພົວພັນແບບພິເສດນັ້ນຕື່ມອີກ, ຖືນີ້ແມ່ນປັດໄຈສຳຄັນ ຮັບປະກັນການພັດທະນາຂອງແຕ່ລະປະເທດໃນພາລະກິດປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ, ເພື່ອຊີວິດການເປັນຢູ່ທີ່ອິ່ມໜຳສຳລານ, ຄວາມຜາສຸກຂອງປະຊາຊົນ ຫວຽດນາມ ແລະ ປະຊາຊົນ ລາວ. ງານບຸນມະໂຫລານມິດຕະພາບປະຊາຊົນ 2 ປະເທດ ລາວ - ຫວຽດນາມ ຄັ້ງນີ້ ໄດ້ຈັດຕັ້ງຢູ່ປະເທດ ລາວ ທີ່ສວຍສົດງົດງາມ ກໍ່ແມ່ນຄວາມມານະພະຍາຍາມລວມ, ມາດຕະການແທດຈິງ ເພື່ອໃຫ້ພວກເຮົາປະກອບກຳລັງເຫື່ອແຮງເຂົ້າໃນການຮັກສາ ແລະ ພັດທະນາສາຍພົວພັນແບບພິເສດ ຫວຽດນາມ - ລາວ”.
        ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ປາດຖະໜາວ່າ ສູນກາງສະມາຄົມມິດຕະພາບ 2 ປະເທດ ສືບຕໍ່ເປັນຂົວຕໍ່ທີ່ໝັ້ນຄົງໃຫ້ການພົວພັນແບບພິເສດ ລາວ - ຫວຽດນາມ ໃນການຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງປະຊາຊົນ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຂອງ 2 ປະເທດໃຫ້ນັບມື້ນັບພັດທະນາຂຶ້ນສູ່ລະດັບສູງໃໝ່. ພ້ອມທັງສົມທົບກັນຢ່າງແໜ້ນແຟ້ນ ແລະ ເປັນເອກະພາບກັນໃນບັນດາບັນຫາສາກົນ; ສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນບັນດາເວທີປາໄສພາກພື້ນ ແລະ ສາກົນ; ສືບຕໍ່ສຶກສາອົບຮົມປະຊາຊົນ, ພິເສດແມ່ນລຸ້ນໜຸ່ມ 2 ປະເທດໃຫ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການພົວພັນແບບພິເສດ ລາວ - ຫວຽດນາມ, ຫວຽດນາມ - ລາວ.
(ແຫຼ່ງຄັດຈາກ VOV)

top