ຂ່າວສານ

ໄຂງານບຸນປຶ້ມຮ່າໂນ້ຍຄັ້ງທີ VII

ງານບຸນປຶ້ມຮ່າໂນ້ຍ ຄັ້ງທີ VII, ແມ່ນເຫດການນອນໃນຂອບເຂດບັນດາການເຄື່ອນໄຫວແທດຈິງເພື່ອສະເຫຼີມສະຫຼອງ 68 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10/10/1954 – 10/10/2022)...

ງານບຸນປຶ້ມຮ່າໂນ້ຍ ຄັ້ງທີ VII, ແມ່ນເຫດການນອນໃນຂອບເຂດບັນດາການເຄື່ອນໄຫວແທດຈິງເພື່ອສະເຫຼີມສະຫຼອງ 68 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10/10/1954 – 10/10/2022)...

    

ງານບຸນໄດ້ດຳເນີນແຕ່ວັນທີ 7 - 9 ຕຸລາ 2022 (ພາບ:TTXVN)

ວັນທີ 7 ຕຸລາ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ກັບກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ສົມທົບກັນໄຂງານບຸນປຶ້ມຮ່າໂນ້ຍ ຄັ້ງທີ VII ປີ 2022 ດ້ວຍຫົວຂໍ້ວ່າ: “ມູນເຊື້ອ ແລະ ການເຊື່ອມໂຍງ”. ງານບຸນປຶ້ມຮ່າໂນ້ຍ ຄັ້ງທີ VII, ແມ່ນເຫດການນອນໃນຂອບເຂດບັນດາການເຄື່ອນໄຫວແທດຈິງເພື່ອສະເຫຼີມສະຫຼອງ 68 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10/10/1954 – 10/10/2022), ທີ່ເຕົ້າໂຮມເອົາໂຮງພິມ, ວິສາຫະກິດຈັດພິມຈຳໜ່າຍປຶ້ມ 35 ແຫ່ງໃນທົ່ວປະເທດດ້ວຍບັນດາປຶ້ມທີ່ມີມູນຄ່າ ແລະ ບັນດາລາຍການພົວພັນແລກປ່ຽນ, ການອ່ານປຶ້ມທີ່ດຶງດູດໃຈ.

        ງານບຸນດັ່ງກ່າວໄດ້ຮັບການຈັດຕັ້ງປະຈຳປີນັບແຕ່ປີ 2014 ເປັນຕົ້ນມາ, ພາຍຫຼັງ 2 ປີທີ່ຖືກໂຈະໄວ້ຍ້ອນໂລກລະບາດໂຄວິດ - 19, ງານບຸນປຶ້ມຮ່າໂນ້ຍ ປີ 2022 ສືບຕໍ່ຢັ້ງຢືນຄວາມສຳຄັນຂອງປຶ້ມໃນຊີວິດສັງຄົມ, ມູນເຊື້ອມັກການຮ່ຳຮຽນຂອງຊາດ ຫວຽດນາມ ແລະ ຂອງປະຊາຊົນຮ່າໂນ້ຍ. ງານບຸນປຶ້ມຮ່າໂນ້ຍ ຄັ້ງທີ VII ປີ 2022 ໄດ້ຈັດຂຶ້ນແຕ່ວັນທີ 7 – 9 ຕຸລາ.

(ແຫຼ່ງຄັດຈາກ VOV)


top