ຕອນຄ່ຳວັນທີ 30 ກັນຍາ ຢູ່ ສະຫນາມຫລວງ ຫງວຽນເຕີດແທ່ງ ນະຄອນ ຕວຽນກວາງ, ຄະນະກຳມະການປະຊາຊົນແຂວງ ຕວຽນກວາງ ໄດ້ຈັດຕັ້ງພິທີໄຂງານບຸນນະຄອນ ຕວຽນກວາງ ປີ 2017.
ງານບຸນນະຄອນ ຕວຽນກວາງ ປີ 2017
ເຂົ້າຮ່ວມພິທີ ມີທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ, ຜູ້ຕາງຫນ້າການນຳກະຊວງ, ຄະນະ, ຂະແຫນງການສູນກາງ, ຜູ້ແທນສາກົນ ແລະ ການນຳແຂວງຕວຽນກວາງພ້ອມກັບປະຊາຊົນນັບໝື່ນໆຄົນ ແລະ ນັກທ່ອງທ່ຽວເປັນຈຳນວນຫລວງຫລາຍ. ຈຸດເດັ່ນຂອງງານບຸນນະຄອນ ຕວຽນກວາງປີ 2017 ແມ່ນລາຍການ “ ງານບຸນໃນຍາມຄ່ຳຄືນຢູ່ນະຄອນ ຕວຽນກວາງ” ດ້ວຍ 60 ຮູບຈຳລອງໂຄມໄຟບຸນໄຫວ້ພະຈັນທີ່ງາມຕາ, ມີຄວາມໝາຍທີ່ສຸດ ພ້ອມດ້ວຍລາຍການຮ້ອງລຳທຳເພງຂອງພວກນ້ອງອະນຸຊົນເຍົາວະຊົນ. ກ່າວຄຳເຫັນໄຂພິທີ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ຕີລາຄາສູງ ຂໍ້ລິເລີ່ມຈັດຕັ້ງງານບຸນນະຄອນ ຕວຽນກວາງ, ບຸນໄຫວ້ພະຈັນທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳສະເພາະຂອງ ຕວຽນກວາງ. ນີ້ຍັງແມ່ນເຫດການວັດທະນະທຳ, ສັງຄົມ, ແມ່ນຜະລິດຕະພັນທ່ອງທ່ຽວ ປະກອບສ່ວນໂຄສະນາຄວາມສາມາດບົ່ມຊ້ອນ, ທ່າແຮງກ່ຽວກັບເຂດດິນແດນ, ມະນຸດ ແລະ ບັນດາຄຸນຄ່າວັດທະນະທຳຂອງແຂວງ ຕວຽນກວາງ ເຖິງທ່ອງທ່ຽວຢູ່ພາຍໃນ ແລະ ສາກົນ.
(ແຫຼ່ງຄັດຈາກ VOV)