ຂ່າວສານ

ໄຂງານຕັ້ງຄ້າຍຊາວໜຸ່ມ ອາຊຽນ - ຈີນ

      ງານຕັ້ງຄ້າຍຖືກຈັດຂຶ້ນ ດ້ວຍຈຸດປະສົງເພີ່ມທະວີການພົວພັນແລກປ່ຽນລະຫວ່າງບັນດາອົງການສື່ມວນຊົນຂອງ ຈີນ ກັບບັນດາປະເທດ ອາຊຽນ.
(ພາບປະກອບ: aseanbriefing.com)
      ງານຕັ້ງຄ້າຍຊາວໜຸ່ມ ອາຊຽນ - ຈີນ ແມ່ນເຫດການໃຫຍ່ໃນຂອບເຂດສັບປະດາ ໂທລະພາບ ອາຊຽນ - ຈີນ ຄັ້ງທີ 3, ເຊິ່ງຖືກໄຂຂຶ້ນໃນວັນທີ 30 ສິງຫາ ຢູ່ ໜານໜິງ, ເມືອງເອກຂອງເຂດປົກຄອງດ້ວຍຕົນເອກຊາວເຜົ່າຈວາງ ກວາງຊີ, ຢູ່ທາງທິດໃຕ້ຂອງ ຈີນ. ງານຕັ້ງຄ້າຍຖືກຈັດຂຶ້ນ ດ້ວຍຈຸດປະສົງເພີ່ມທະວີການພົວພັນແລກປ່ຽນລະຫວ່າງບັນດາອົງການສື່ມວນຊົນຂອງ ຈີນ ກັບບັນດາປະເທດ ອາຊຽນ.
            20 ຄົນດີເດັ່ນທີ່ເຂົ້າຮ່ວມເຫດການນີ້ ຈະໄດ້ແບ່ງອອກເປັນ 4 ກຸ່ມ ແລ້ວເດີນທາງໄປຍັງບັນດານະຄອນຄື ໜານໜິງ, ໄກວຫຼິນ, ໄບ໊ຫາຍ, ຫຼຽວເຈົາ ເພື່ອປະຕິບັດບັນດາຄຼິບວີດີໂອສັ້ນ ແລະ ຈັດຕັ້ງບັນດາລາຍການຖ່າຍທອດສົດຕາມຫົວຂໍ້: ຟື້ນຟູຊົນນະບົດ ຈີນ, ສາມັກຄີຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ. ບັນດາຜົນງານເຫຼົ່ານັ້ນ ຈະໄດ້ເອົາລົງໃນເວັບໄຊໃຫຍ່ຂອງ ຈີນ ແລະ ບັນດາປະເທດ ອາຊຽນ.
(ແຫຼ່ງຄັດຈາກ VOV)


top