ຂ່າວສານ

ໄຂງານຕະຫຼາດນັດການຄ້າ ຫວຽດນາມ - ລາວ 2025

ງານຕະຫຼາດນັດຄັ້ງນີ້ລວມມີກວ່າ 200 ຮ້ານວາງສະແດງ. ໃນນັ້ນ, 120 ຮ້ານວາງສະແດງຂອງວິສາຫະກິດ ຫວຽດນາມ
(ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລາວ ມະໄລທອງ ກົມມະສິດ)

ວັນທີ 17 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ, ໄດ້ໄຂງານຕະຫຼາດນັດການຄ້າ ຫວຽດນາມ - ລາວ (VIETLAO- EXPO 2025). ເຫດການໂດຍກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ສົມທົບກັນຈັດຂຶ້ນ.

ງານຕະຫຼາດນັດຄັ້ງນີ້ລວມມີກວ່າ 200 ຮ້ານວາງສະແດງ. ໃນນັ້ນ, 120 ຮ້ານວາງສະແດງຂອງວິສາຫະກິດ ຫວຽດນາມ ຂຶ້ນກັບບັນດາຂະແໜງສິນຄ້າ, ຄື: ການຢາ ແລະ ເຄື່ອງອຸປະກອນການແພດ; ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ແລະ ທັນຍາຫານປຸງແຕ່ງ; ເຄື່ອງຕ່ຳແຜ່ນຕັດຫຍິບ - ແຟຊັນ… ກ່າວຄຳເຫັນຢູ່ທີ່ນີ້, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລາວ ມະໄລທອງ ກົມມະສິດ, ໃຫ້ຮູ້ວ່າ:

“ງານຕະຫຼາດນັດປີນີ້ໄດ້ຈັດຂຶ້ນດ້ວຍຂອບຂະໜາດໃຫຍ່, ມີຜະລິດຕະພັນເປັນຫຼາຍຮູບຫຼາຍແບບ ເປັນການສະແດງໃຫ້ເຫັນວ່າ ມີວິສາຫະກິດຫຼາຍແຫ່ງຂອງ ຫວຽດນາມ ແລະ ລາວ ທີ່ສົນໃຈເຖິງການຄ້າຂອງ 2 ປະເທດ. ຜ່ານງານຕະຫຼາດນັດຄັ້ງນີ້, ວິສາຫະກິດ 2 ປະເທດຈະມີໂອກາດພົບປະແລກປ່ຽນ, ຊອກຫາໂອກາດລົງທຶນ ແລະ ລົງນາມໃນສັນຍາຮ່ວມມືດຳເນີນທຸລະກິດຫຼາຍສະບັບ, ປະກອບສ່ວນເພີ່ມວົງເງິນການຄ້າລະຫວ່າງ ລາວ ແລະ  ຫວຽດນາມ”.

ງານຕະຫຼາດນັດ ຫວຽດນາມ - ລາວ 2025 ຈະຈັດຂຶ້ນຮອດວັນທີ 21 ກໍລະກົດ.


top